• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານແນວໂຮມ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ພົບປະຊາວໜຸ່ມ, ນັກສຶກສາ

      ຕອນບ່າຍວັນທີ 25 ມິຖຸນາ, ຢູ່ຮ່າໂນ້ຍ, ປະທານແນວໂຮມ 3 ປະເທດ ຫວຽດນາມ - ກຳປູເຈຍ - ລາວ ໄດ້ພົບປະກັບຊາວໜຸ່ມ, ນັກສຶກສາດີເດັ່ນຂອງ 3 ປະເທດ. 

 ການມອບທຶນສຶກສາໃຫ້ບັນດານັກສຶກສາດີເດັ່ນ
      ທ່ານ ເຈ່ີນແທງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຢືນຢັນເຖິງຄວາມສະໜິດຕິດພັນ, ຄວາມໝັ້ນແກ່ຂອງແນວໂຮມປະເທດຊາດ 3 ປະເທດໃນໄລຍະຕ່າງໆ ເພື່ອພ້ອມກັນຕ້ານສັກຕູລວມ, ປະກອບສ່ວນສ້າງເປັນມູນເຊື້ອສາມັກຄີ, ມິດຕະພາບ, ການຮ່ວມມືຮອບດ້ານ, ສະໜິດຕິດພັນພ້ອມກັນພັດທະນາ:
        ລຸ້ນໜຸ່ມ ແມ່ນເຈົ້າຂອງໃນອະນາຄົດຂອງແຕ່ລະປະເທດ, ເປັນຜູ້ຂຽນຕໍ່ໜ້າປະຫວັດສາດແຫ່ງມູນເຊື້ອສາມັກຄີ, ມິດຕະພາບອັນດີງາມຂອງປະຊາຊົນ 3 ປະເທດ ຫວຽດນາມ, ກຳປູເຈຍ ແລະ ລາວ. ພວກຂ້າພະເຈົ້າເຊື່ອໝັ້ນ ແລະ ຫວັງວ່າ: ຊາວໜຸ່ມ 3 ປະເທດ ມີຄວາມຮັບຮູ້ເລິກເຊິ່ງບົດບາດ, ພາລະກິດ ແລະ ຄວາມຮັບຜິດຊອບຂອງຕົນເພື່ອບຳລຸງລ້ຽງໃຫ້ພວກນ້ອງມີຄວາມໃຝ່ຝັນອັນໃຫຍ່ຫຼວງ, ມີນ້ຳໃຈມິດຕະພາບທີ່ຈິງໃຈ, ຄວາມເຊື່ອໝັ້ນຢ່າງເລິກເຊິ່ງ, ພ້ອມກັບສູ້ຊົນເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງ 3 ປະເທດ.
        ທີ່ງານພົບປະແລກປ່ຽນ, ທ່ານ ເຈ່ີນແທງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ທ່ານນາງ Men Som An, ຮອງນາຍົກລັດຖະມົນຕີ, ປະທານສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ ແລະ ທ່ານ ໄຊສົມພອນ ພົມວິຫານ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ ໄດ້ສະເໜີໃຫ້ລຸ້ນໜຸ່ມ ຫວຽດນາມ, ລາວ, ກຳປູເຈຍ ຝຶກຝົນຫຼໍ່ຫຼອມ, ຄຸນສົມບັດຄວາມເກັ່ງກ້າສາມາດຢ່າງບໍ່ຢຸດຢັ້ງ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ອຸທິດສ່ວນກຳລັງໜຸ່ມແໜ້ນຂອງຕົນເພື່ອພ້ອມກັນຮ່ວມມື, ປະກອບສ່ວນໃຫ້ແກ່ປະເທດຊາດ ແລະ ອະນາຄົດອັນສົດໄສຂອງແຕ່ລະປະເທດ.
 (ແຫຼ່ງຄັດຈາກ VOV)

ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືທີ່ມີຄວາມສຳຄັນຍຸດທະສາດ

ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືທີ່ມີຄວາມສຳຄັນຍຸດທະສາດ

ທ່ານ ເລຮວ່າຍຈຸງ ຕີລາຄາສູງບັນດາການເຄື່ອນໄຫວທີ່ແທ້ຈິງໃນການພົວພັນ 2 ຝ່າຍ

Top