• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີ ອາເມລິກາ ເປັນຄັ້ງທຳອິດໄດ້ເຈລະຈາກັບປະທານປະເທດຈີນ ສີຈີ້ນຜີງ

ນັບຕັ້ງແຕ່ໄດ້ເຂົ້າດຳລົງຕຳແໜ່ງເມື່ອເດືອນມັງກອນປີ 2021, ວັນທີ 10 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ມີການເຈລະຈາທາງໂທລະສັບເປັນຄັ້ງທຳອິດກັບທ່ານປະທານປະເທດຈີນ ສີຈີ້ນຜີງ.
ປະທານາທິບໍດີ ອາເມລິກາ Joe Biden  ແລະ ທ່ານປະທານປະເທດຈີນ ສີຈີ້ນຜີງ

ການນຳ 2 ທ່ານໄດ້ແລກປ່ຽນກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໂລກລະບາດ Covid-19 ແລະ ບັນດາສິ່ງທ້າທາຍທີ່ມີຕໍ່ຄວາມໝັ້ນຄົງທາງດ້ານສາທາລະນະສຸກທົ່ວໂລກ, ການປ່ຽນແປງຂອງດິນຟ້າອາກາດ, ການຕ້ານການແຜ່ຂະຫຍາຍອາວຸດ. ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ ຢືນຢັນວ່າ ບັນດາບຸລິມະສິດຂອງຕົນໃນການປົກປັກຮັກສາຄວາມສະຫງົບ, ວັດທະນາຖາວອນໃຫ້ແກ່ຊາວອາເມລິກາ ກໍຄືການຮັກສາມະຫາສະໝຸດອິນເດຍ-ປາຊີຟິກ ເສລີ ແລະ ເປີດກ້ວາງ. ປະທານາທິບໍດີ ອາເມລິກາ ກໍຍັງເນັ້ນໜັກເຖິງຄວາມເປັນຫ່ວງກັງວົນຕໍ່ບັນດາການເຄື່ອນໄຫວເສດຖະກິດທີ່ບໍ່ຍຸຕິທຳ ແລະ ບີບບັງຄັບຂອງປັກກິງ ແລະ ການກະທຳຂອງປັກກິງໃນບາງບັນຫາທີ່ກ່ຽວຂ້ອງເຖິງຮົງກົງ, ໄຕ້ຫວັນ ແລະ ຊິງຈຽງ. ທ່ານປະທານາທິບໍດີ ອາເມລິກາ Joe Biden  ຍັງໝັ້ນໝາຍເດີນຕາມບັນດາການເຄື່ອນໄຫວແຊກແຊງຢ່າງແທດຈິງ ແລະ ມີປະສິດທິຜົນເພື່ອຊຸກຍູ້ຜົນປະໂຫຍດຂອງອາເມລິກາ ແລະ ບັນດາປະເທດພັນທະມິດຂອງຕົນອີກດ້ວຍ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top