• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີ ລັດເຊຍ ແລະ ການນຳ ກູບາ ອວຍພອນທ່ານປະທານປະເທດ ໂຕເລີມ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່

ໃນສານອວຍພອນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເນັ້ນຫນັກເຖິງໝາກຜົນຂອງກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເປັນການຢັ້ງຢືນໃຫ້ເຫັນອິດທິພົນຊື່ສຽງດ້ານການເມືອງສູງຂອງທ່ານໂຕເລີມ.
ທ່ານ ປະທານປະເທດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລີມ ກ່າວຄຳເຫັນໃນພິທີສາບານຕົວຮັບດຳລົງຕຳແຫນ່ງ. ພາບ: TTXVN

ວັນທີ 3 ສິງຫາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສົ່ງສານອວຍພອນທ່ານ ປະທານປະເທດ ໂຕເລີມ ເນື່ອງໃນໂອກາດທ່ານໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ

ໃນສານອວຍພອນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເນັ້ນຫນັກເຖິງໝາກຜົນຂອງກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເປັນການຢັ້ງຢືນໃຫ້ເຫັນອິດທິພົນຊື່ສຽງດ້ານການເມືອງສູງຂອງທ່ານໂຕເລີມ ແລະ ແມ່ນພະຍານຫລັງຖານຮັບຮູ້ບັນດາການປະກອບສ່ວນຂອງທ່ານໃນການຮັບປະກັນໃຫ້ການພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ ແລະ ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມໃນເວທີສາກົນ.

ແລະກໍ່ໃນວັນທີ 3 ສິງຫາ, ທ່ານເລຂາທິການໃຫຍ່ຜູ້ທີຫນຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານປະເທດ Miguel Díaz-Canel Bermúdez ໄດ້ສົ່ງຄຳອວຍພອນ ໄປຍັງທ່ານ ປະທານປະເທດ ໂຕເລີມ ເນື່ອງໃນໂອກາດທ່ານໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ຢັ້ງຢືນ ຈະສືບຕໍ່ເຮັດໃຫ້ການພົວພັນອັນດີງາມລະຫວ່າງສອງພັກ ແລະ ປະຊາຊົນສອງປະເທດໃຫ້ດີງາມກວ່າອີກ. ບັນດາສື່ເອເລັກໂຕນິກທາງການຂອງກູບາ ລ້ວນແຕ່ຄັດສະເຫນີຄຳອວຍພອນຂອງທ່ານ Miguel Díaz-Canel Bermúdez ສົ່ງເຖິງທ່ານໂຕເລີມ.

(ແຫຼ່ງຄັດຈາກ VOV)

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ຈຸດເດັ່ນຂອງ ຫວຽດນາມ ທີ່ CAEXPO ປີນີ້ແມ່ນຮ້ານວາງສະແດງລະດັບຊາດດ້ວຍຫົວຂໍ້ "ນະຄອນສວຍງາມ".

Top