• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບ ຄະນະຜູ້ແທນອົງການກວດສອບແຫ່ງລັດ ລາວ

ຕອນບ່າຍວັນທີ 7 ກັນຍາ ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ ວຽງທະວີສອນ ເທບພະຈັນ, ປະທານອົງການກວດສອບແຫ່ງລັດ ລາວຊຶ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ຕອນບ່າຍວັນທີ 7 ກັນຍາ ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ ວຽງທະວີສອນ  ເທບພະຈັນ, ປະທານອົງການກວດສອບແຫ່ງລັດ ລາວຊຶ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

   

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ທ່ານ ວຽງທະວີສອນ  ເທບພະຈັນ, ປະທານອົງການກວດສອບແຫ່ງລັດ ລາວ

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສະເໜີໃຫ້ 2 ອົງການກວດສອບແຫ່ງລັດ 2 ປະເທດ ສືບຕໍ່ຮັກສາກົນໄກຮ່ວມມືລະຫວ່າງ 3 ອົງການກວດສອບແຫ່ງລັດ ຫວຽດນາມ - ລາວ - ກຳປູເຈຍ; ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງບັນດາອົງການຄື: ກອງປະຊຸມໃຫຍ່ອົງການບັນດາສຳນັກງານກວດສອບສູງສຸດອາຊີຕາເວັນອອກສຽງໃຕ້ (ASEANSAI), ອົງການ ບັນດາສຳນັກງານກວດສອບສູງສຸດອາຊີ (ASOSAI) ແລະ ອົງການບັນດາສຳນັກງານກວດສອບສູງສຸດສາກົນ (INTOSAI) INTOSAI.

          ສ່ວນທ່ານປະທານອົງການກວດສອບແຫ່ງລັດລາວ ໄດ້ຂອບອົກຂອບໃຈບັນດາການຊ່ວຍເຫຼືອຂອງບັນດາປະເທດ, ໃນນັ້ນມີ ຫວຽດນາມ ໄດ້ຊ່ວຍເຫຼືອລາວສ່ວນໃດສ່ວນໜຶ່ງ ແກ້ໄຂຄວາມຫຍຸ້ງຍາກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ ຍ້ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ທ່ານປະທານອົງການກວດສອບ ແຫ່ງລັດລາວໃຫ້ຮູ້ວ່າ: ຈະສະເໜີໃຫ້ ສະພາແຫ່ງຊາດ ລາວ ປັບປຸງກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ ແລະ ສ້າງລະບຽບການໃຫ້ອົງການກວດສອບແຫ່ງລັດລາວ ເຄື່ອນໄຫວ ຢ່າງມີປະສິດທິຜົນກ່ວາເກົ່າ .

ກ່ອນໜ້ານັ້ນ, ໃນຕອນບ່າຍວັນທີ 6 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ໂງວັນຕວັນ ຮອງຫົວໜ້າອົງການກວດສອບແຫ່ງລັດ ໄດ້ໃຫ້ການຕ້ອນຮັບທ່ານ ວຽງທະວິສອນ ເທບພະຈັນ ຫົວໜ້າອົງການກວດສອບແຫ່ງລັດ ແຫ່ງ ສປປ.ລາວ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຢ່າງເປັນທາງການ (ແຕ່ວັນທີ 6 – 10 ກັນຍາ). ທີ່ການຕ້ອນຮັບ, ທ່ານ ໂງວັນຕວັນ ສະເໜີໃຫ້ທັງສອງຝ່າຍ ຈົ່ງສຸມໃສ່ເສີມຂະຫຍາຍ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຕ່າງໆໃນໄລຍະຜ່ານມາ ເປັນຕົ້ນແມ່ນການແລກປ່ຽນຄະນະການນຳຄຸ້ມຄອງ, ໜູນຊ່ວຍການກວດສອບແຫ່ງລັດລາວ ສ້າງລະບອບລະບຽບການໃຫ້ສົມບູນແບບ, ປັບປຸງກົດໝາຍວ່າດ້ວຍການກວດສອບແຫ່ງລັດ, ກົງຈັກການຈັດຕັ້ງ, ເພີ່ມທະວີກຳລັງຄວາມສາມາດໃນການກວດສອບສາທາລະນະ. ອົງການກວດສອບແຫ່ງລັດ ຫວຽດນາມ ຈັດສົ່ງນັກຊ່ຽວຊານໄປແນະນຳໃຫ້ພະນັກງານກວດສອບຂອງ ລາວ ໂດຍກົງກ່ຽວກັບບັນດາຂົງເຂດຕາມຄວາມຕ້ອງການ ຄື ງົບປະທານແຫ່ງລັດ, ລົງທຶນກໍ່ສ້າງພື້ນຖານ, ວິສາຫະກິດແຫ່ງລັດ, ລົງທຶນກໍ່ສ້າງໂຄງການ; ບຳລຸງສ້າງພະນັກງານກວດສອບແຫ່ງລັດ ຂອງ ລາວ ຢູ່ ຫວຽດນາມ ແລະ ຢູ່ ລາວ ອີງໃສ່ຂໍ້ສະເໜີຂອງທາງຝ່າຍລາວ. ພ້ອມດຽວກັນນັ້ນ, ສອງຝ່າຍຜັນຂະຫຍາຍປະຕິບັດບັນດາການເຄື່ອນໄຫວຮ່ວມມືໃນປີ 2022 ແລະ ຊຸມປີຕໍ່ໄປ ລະຫວ່າງສອງ 2 ອົງການ, ໃກ້ຊິດຕິດແທດຄວາມຕ້ອງການ ແລະ ກຳລັງຄວາມສາມາດຂອງ 2 ອົງການໃຫ້ມີປະສິດທິຜົນ, ແທດຈິງ; ຊຸກຍູ້ການປະຕິບັດຂໍ້ຕົກລົງຍຸດທະສາດຮ່ວມມືລະຫວ່າງ ຫວຽດນາມ - ລາວ ໄລຍະ 2021 – 2030 ແລະ ສັນຍາຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ - ລາວ ໄລຍະ 2021 – 2025 ໃນການເຄື່ອນໄຫວຮ່ວມມືດ້ານກວດສອບ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top