• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ລົງເຮັດວຽກກັບການນຳແຂວງ ບິ່ງດິ້ງ

ໂດຍສືບຕໍ່ການລົງໄປປະຕິບັດງານຢູ່ ບັນດາແຂວງເຂດແຄມທະເລຕອນໃຕ້ພາກກາງ, ໃນວັນທີ 4ມີນາ, ຢູ່ນະຄອນ ກຸຍເຍີນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນສູນກາງ ໄດ້ມີການເຮັດວຽກກັບຄະນະປະຈຳພັກແຂວງບິ່ງດີ້ງ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ທີ່ການເຮັດວຽກ

ຕາມທ່ານປະທານສະພາແຫ່ງຊາດແລ້ວ, ການວາງແຜນກຳນົດແຂວງ ບິ່ງດິ້ງ ໄດ້ຮັບການອະນຸມັດຜ່ານ ດ້ວຍວິໄສທັດໃໝ່ເພື່ອກາຍເປັນສູນກາງເສດຖະກິດທະເລ ແລະ ທ່າກຳປັ່ນ; ສູນກາງວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກໍາ ແລະ ປັນຍາປະດິດທີ່ສຳຄັນຂອງປະເທດ; ສູນກາງທ່ອງທ່ຽວທີ່ສໍາຄັນຂອງປະເທດ, ສູນກາງເຊື່ອມຕໍ່ຕອນເຫນືອພາກກາງແລະເຂດແຄມທະເລພາກກາງ; ເຂດໄຕງວຽນ ແລະ ແລວເສດຖະກິດຕາເວັນອອກ - ຕາເວັນຕົກ... ສະນັ້ນ, ບິ່ງດິ້ງ ຕ້ອງກຳແໜ້ນຈຸດໝາຍນີ້ຢ່າງຈະແຈ້ງ, ພ້ອມກັນນັ້ນ, ທັງສູນກາງ, ສະພາແຫ່ງຊາດ, ລັດຖະບານ ກໍ່ສ້າງເງື່ອນໄຂທາງດ້ານກົນໄກນະໂຍບາຍ ແລະ ການຈັດແບ່ງແຫຼ່ງກຳລັງ.  

ໃນການພັດທະນາການທ່ອງທ່ຽວ, ແຂວງຕ້ອງຜູກມັດການທ່ອງທ່ຽວກັບວັດທະນະທໍາຢ່າງໜັກແໜ້ນ, ຈັດຕັ້ງຫຼາຍເຫດການວັດທະນະທໍາ ແລະ ກິລາລະດັບສາກົນ.  

ໃນຂອບເຂດການຢ້ຽມຢາມແຂວງ ບິ່ງດິ້ງ, ທ່ານປະທານສະພາແຫ່ງຊາດ ວືອງດິ່ງເຫວະ ຍັງໄດ້ຖະຫວາຍທູບທຽນ ແລະ ຈູດທູບທຽນອາໄລຫາ ນັກວິລະຊົນແຫ່ງຊາດ, ເຈົ້າຊີວິດ ກວາງຈູງ - ຫງວຽນເຫ້ວ.

 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ແມ່ນ​ພື້​ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ດ້ວຍ​ຕະຫຼາດ​ພາຍ​ໃນ​ທີ່ກວ້າງ​ໃຫຍ່

ຫວຽດ​ນາມ​ແມ່ນ​ພື້​ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ດ້ວຍ​ຕະຫຼາດ​ພາຍ​ໃນ​ທີ່ກວ້າງ​ໃຫຍ່

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮ່ວາບິ່ງແຈ້ງໃຫ້ຊາບແຜນນະໂຍບາຍໃຫຍ່ຂອງຫວຽດນາມ ໃນການສ້າງສອງສູນການເງິນຢູ່ນະຄອນ ໂຮ່ຈີມິນ ແລະ ດ່ານັ້ງ.

Top