• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ

ຕອນບ່າຍວັນທີ 9 ສິງຫາ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ.
  ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. (ພາບ: VNA)  

ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ໄດ້ສົ່ງຄໍາເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະຄໍາຢື້ຢາມຖາມຂ່າວທີ່ຈິງໃຈຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ແລະການນໍາຂັ້ນສູງຂອງຫວຽດນາມ ໄປຍັງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ, ບັນດາການນໍາຂັ້ນສູງລາວ ແລະຄອບຄົວຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ; ເຊື່ອໝັ້ນວ່າ  ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວອ້າຍນ້ອງ ຈະຜ່ານຜ່າການສູນເສຍອັນໃຫຍ່ຫຼວງນີ້, ສືບຕໍ່ບັນລຸຜົນງານໃໝ່ຫຼາຍຢ່າງໃນພາລະກິດສ້າງສາ ແລະພັດທະນາປະເທດຊາດ.

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ສະແດງຄວາມສະເທືອນໃຈ, ຂໍຂອບໃຈພັກ, ລັດຫວຽດນາມ ທີ່ໄດ້ສົ່ງຄະນະຜູ້ແທນຂັ້ນສູງເຂົ້າຮ່ວມພິທີໄວ້ອາໄລທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ເຊິ່ງສະແດງໃຫ້ເຫັນສະຫາຍອ້າຍນ້ອງທີ່ສະໜິດສະໜົມ, ຄວາມສາມັກຄີພິເສດ ແລະຈົງຮັກພັກດີລະຫວ່າງສອງປະເທດ.

ສອງຝ່າຍຢືນຢັນວ່າ ບໍ່ວ່າຈະຢູ່ໃນສະພາບໃດກໍຕາມ, ສອງພັກ, ສອງລັດ ແລະປະຊາຊົນຂອງສອງປະເທດ ກໍຈະສືບຕໍ່ຮັກສາ, ເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດລະຫວ່າງ ຫວຽດນາມ - ລາວ ແລະຖ່າຍທອດໃຫ້ຄົນລຸ້ນຫຼັງ; ຍົກສູງປະສິດທິຜົນຂອງການຮ່ວມມືໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ, ໃນນັ້ນມີການຮ່ວມມືລະຫວ່າງສອງສະພາແຫ່ງຊາດ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດລະຫວ່າງ ຫວຽດນາມ - ລາວ ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

(ແຫຼ່ງຄັດຈາກ qdnd.vm)

ກະຊວງຕຳຫຼວດ ແລະ ກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າໄຫວ້ອາໄລທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ

ກະຊວງຕຳຫຼວດ ແລະ ກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າໄຫວ້ອາໄລທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ

ຄະນະຜູ້ແທນກະຊວງຕຳຫຼວດ ຫວຽດນາມ ແລະ ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ວາງພວງມາລາ, ອາໄລຫາທ່ານອະດີດປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ, ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ການຈາກໄປຂອງການນຳຜູ້ຈົງຮັກພັກດີ, ເປັນແບບຢ່າງຂອງພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນ ລາວ ບັນດາເຜົ່າ.

Top