• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ເຄື່ອນໄຫວຢ້ຽມຢາມລາວ

ຕອນເຊົ້າວັນທີ 4 ທັນວານີ້, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ມີການເຈລະຈາກັບທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ.
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ

ທີ່ການເຈລະຈາ, ທ່ານປະທານສະພາແຫ່ງຊາດ 2 ທ່ານ ຢືນຢັນຈະສືບຕໍ່ຮັກສາບັນດາການຢ້ຽມຢາມ, ພົບປະຂັ້ນສູງ ແລະ ບັນດາກົນໄກຮ່ວມມືໃນທຸກຊ່ອງທາງ, ໃນນັ້ນມີຫຼາຍການເຄື່ອນໄຫວແລກປ່ຽນ ແລະ ການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ; ສົມທົບກັນຢ່າງແໜ້ນແຟ້ນເພື່ອສ້າງກອບກົດໝາຍທີ່ສະດວກເພື່ອໃຫ້ລັດຖະບານຂອງສອງປະເທດປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້; ເພີ່ມທະວີການປະສານງານ ແລະ ຕິດຕາມກວດກາການປະຕິບັດຂໍ້ຕົກລົງຮ່ວມມືສອງຝ່າຍ; ຊຸກຍູ້ການປະຕິບັດບັນດາໂຄງການສຳຄັນລະຫວ່າງສອງປະເທດ.

ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, 2 ຝ່າຍເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ໂດຍຜ່ານການແລກປ່ຽນ ແລະ ແບ່ງປັນບົດຮຽນດ້ານນິຕິບັນຍັດ, ສ້າງບັນດາລະບອບລະບຽບການ ແລະ ລະບົບກົດໝາຍໃຫ້ສົມບູນແບບ; ສົມທົບກັນຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງຂັ້ນສູງທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ກະກຽມເນື້ອໃນໃຫ້ແກ່ການເຄື່ອນໄຫວສຳຄັນລະຫວ່າງການນຳຂັ້ນສູງສອງປະເທດ; ເພີ່ມທະວີຄວາມສາມັກຄີ, ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.

ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ

ຕອນບ່າຍວັນດຽວກັນ, ຢູ່ນະຄອນຫຼວງວຽງຈັນ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ມີທັດສະນະຢ່າງສະເໝີຕົ້ນສະເໝີປາຍໃຫ້ບຸລິມະສິດສູງສຸດແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອກັບລາວ, ຍາມໃດກໍ່ຮຽງບ່າຮຽງໄຫຼ່ ສະໜັບສະໜູນກິດຈະການປົກປັກຮັກສາ, ກໍ່ສ້າງ, ປ່ຽນແປງໃໝ່ ແລະ ພັດທະນາປະເທດລາວ. ສະພາແຫ່ງຊາດຂອງສອງປະເທດຈະສົມທົບກັນຢ່າງແໜ້ນແຟ້ນ ແລະ ສືບຕໍ່ສ້າງກອບກົດໝາຍທີ່ສະດວກເພື່ອໃຫ້ລັດຖະບານສອງປະເທດເພີ່ມທະວີການຮ່ວມມື, ສົມທົບກັນຕິດຕາມກວດກາ ແລະ ຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງລັດຖະບານສອງປະເທດທີ່ໄດ້ຕົກລົງກັນໄວ້ໃນກອງປະຊຸມ ຄະນະກຳມະການຮ່ວມມືທະວີພາຄີຄັ້ງທີ 45 ລະຫວ່າງລັດຖະບານ ຫວຽດນາມແລະ ລັດຖະບານລາວ ແລະ ບັນດາຂໍ້ຕົກລົງຮ່ວມມືອື່ນໆລະຫວ່າງ 2 ຝ່າຍ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top