• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ກຳປູເຈຍ

ເຖິງວ່າຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ - 19 ໃນ 2 ປີຜ່ານມາ, ກໍ່ຕາມແຕ່ການຮ່ວມມືດ້ານເສດຖະກິດສອງຝ່າຍ ຫວຽດນາມ - ກຳປູເຈຍ ຍັງບັນລຸໄດ້ຫຼາຍຜົນງານທີ່ໜ້າຊຶ່ມຊົມ
  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ມອບ ເງິນຈຳນວນ 30.000 USD ໃຫ້ແກ່ກອງທຶນໜູນຊ່ວຍການຍົກຍ້າຍພໍ່ແມ່ປະຊາຊົນຊາວ ຫວຽດນາມ ທີ່ດຳລົງຊີວິດຢູ່ເຂດທະເລສາບ (ພາບ: TTXVN)  

ຕອນບ່າຍວັນທີ 20 ພະຈິກ, ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະ, ໂອ້ລົມກັບພະນັກງານ, ລັດຖະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ພະນົມເປັນ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແຈ້ງໃຫ້ພະນັກງານ, ລັດຖະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ຊາບກ່ຽວກັບການຢ້ຽມຢາມ ລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການໃນ 2 ມື້ຜ່ານມາ, ໃນນັ້ນ, ໄດ້ພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດ Samdech Heng Samrin; ເຂົ້າຢ້ຽມຂ່ຳນັບ ເຈົ້າຊີວິດ Norodom Sihamoni; ພະລາຊີນີ Norodom Monineath Sihamoni; ພົບປະກັບທ່ານປະທານສະພາສູງ Samdech Say Chhum ແລະ ທ່ານນາຍົກລັດຖະມົນຕີ Hunsen.

ທ່ານປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ເຖິງວ່າຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ - 19 ໃນ 2 ປີຜ່ານມາ, ກໍ່ຕາມແຕ່ການຮ່ວມມືດ້ານເສດຖະກິດສອງຝ່າຍ ຫວຽດນາມ - ກຳປູເຈຍ ຍັງບັນລຸໄດ້ຫຼາຍຜົນງານທີ່ໜ້າຊຶ່ມຊົມ. ວົງເງິນການຄ້າສອງສົ້ນປີ 2021 ບັນລຸກ່ວາ 9,5 ຕື້ USD (ເພີ່ມຂຶ້ນເກືອບ 80% ເມື່ອທຽບໃສ່ປີ 2020); ໃນ 9 ເດືອນຕົ້ນປີ 2022 ບັນລຸ 8,45 ຕື້ USD, ເພີ່ມຂຶ້ນ 16,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ຄາດວ່າ, ທັງປີຈະລື່ນກາຍລະດັບ 10 ຕື້ USD… ທ່ານປະທານສະພາແຫ່ງຊາດ  ຢັ້ງຢືນວ່າ: ການພົວພັນລະຫວ່າງສອງປະເທດພັດທະນາອັນດີງາມຄືໃນທຸກວັນນີ້ແມ່ນຕ້ອງເວົ້າເຖິງບົດບາດຂອງປະຊາຄົມຊາວ ຫວຽດນາມ ຢູ່ກຳປູເຈຍ ດ້ວຍຖານະເປັນຂົວເຊື່ອມຕໍ່ແຫ່ງນ້ຳໃຈມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ.

ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ມອບ ເງິນຈຳນວນ 30.000 USD ໃຫ້ແກ່ກອງທຶນໜູນຊ່ວຍການຍົກຍ້າຍພໍ່ແມ່ປະຊາຊົນຊາວ ຫວຽດນາມ ທີ່ດຳລົງຊີວິດຢູ່ເຂດທະເລສາບ. ຫ້ອງວ່າການສະພາແຫ່ງຊາດໄດ້ມອບເງິນຈຳນວນ 5.000 USD ໃຫ້ແກ່ສະມາຄົມ ຂະແມ - ຫວຽດນາມ ຢູ່ ກຳປູເຈຍ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top