• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບຮອງປະທານສະພາແຫ່ງຊາດ ລາວ ແລະ ມາຣົກ

      ຕອນເຊົ້າວັນທີ 19 ມັງກອນ, ທີ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານພົນໂທ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ ລາວ. 

ທ່ານນາງ ຫງວຽນທິກິມເງິນ ຕ້ອນຮັບຮອງປະທານສະພາແຫ່ງຊາດ ລາວ
      ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິກິມເງິນ ຢັ້ງຢືນວ່າ ຜົນສຳເລັດຂອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ, 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ ໄດ້ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເປັນປະຈຳ, ຕໍ່ເນື່ອງ, ຍືນຍົງ.
        ທ່ານພົນໂທ ແສງນວນ ໄຊຍະລາດ ຕີລາຄາສູງການຮ່ວມມື, ຊ່ວຍເຫຼືອຂອງສະພາແຫ່ງຊາດ ຫວຽດນາມ ສຳລັບສະພາແຫ່ງຊາດ ລາວ. ບັນດາອົງການຂອງສະພາແຫ່ງຊາດ 2 ປະເທດກໍ່ຮ່ວມມືກັນຢ່າງແໜ້ນແຟ້ນເປັນປະຈຳ. ທ່ານຮອງປະທານສະພາແຫ່ງຊາດ ລາວ ຢືນຢັນວ່າ ສະໜັບສະໜູນຈົນສຸດຄວາມສາມາດຂອງຕົນ ເພື່ອໃຫ້ ຫວຽດນາມ ຈັດຕັ້ງກອງປະຊຸມ APPF 26 ປະສົບຜົນສຳເລັດຢ່າງຈົບງາມ.

ທ່ານນາງຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບ ທ່ານ Mohammed Ouzzine 
      ແລະກໍໍ່ໃນວັນທີ 19 ມັງກອນ, ທີ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບ 2 ຮອງປະທານສະພາຕ່ຳລາຊະອານາຈັກ ມາຣົກ ທ່ານ Mohammed Ouzzine ແລະ ທ່ານນາງ Amina Mealainine.
ແຫຼ່ງຄັດຈາກ VOV

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top