
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານ Nail Olpak,
ປະທານສະພາເສດຖະກິດຕ່າງປະເທດ ຕວກກີ
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງເລື່ອງສະພາເສດຖະກິດ ຕ່າງປະເທດ ຕວກກີ ໃນການສົມທົບຈັດຕັ້ງເວທີປາໄສດຳເນີນທຸລະກິດ ແລະ ລົງທຶນ ຕວກກີ - ຫວຽດນາມ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ
ໃຫ້ຂໍ້ສັງເກດວ່າ ໃນຂົງເຂດການຄ້າ - ການລົງທຶນ, 2 ປະເທດມີບາດກ້າວພັດທະນາຫລາຍຢ່າງ. ວົງເງິນການຄ້າ 2 ຝ່າຍໃນປີ 2017 ບັນລຸໄດ້ປະມານ 1,5 ຕື້ USD, 2 ປະເທດສູ້ຊົນບັນລຸວົງເງິນການຄ້າ 2 ຝ່າຍໃຫ້ໄດ້ 4 ຕື້ USD ໃນປີ 2020.
ເວທີປາໄສດຳເນີນທຸລະກິດ ແລະ ລົງທຶນ ຕວກກີ - ຫວຽດນາມ ໄດ້ດຶງດູດວິສາຫະກິດ ຕວກກີ ເຂົ້າຮ່ວມປະມານ 160 ແຫ່ງ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ວິສາຫະກິດ ຕວກກີ ສົນໃຈທີ່ສຸດເຖິງເລື່ອງຊອກຫາໂອກາດການລົງທຶນຜະລິດ, ດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານ Nail Olpak ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ DEIK ຈະຈັດຕັ້ງຄະນະຜູ້ແທນວິສາຫະກິດ ຕວກກີ ມາຍັງ ຫວຽດນາມ ເຂົ້າຮ່ວມສັບປະດາ fashion ແລະ ສັບປະດາອາຫານການກິນ.
(ແຫຼ່ງຄັດຈາກ VOV)