ຂ່າວສານ

ປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບປະທານສະພາເສດຖະກິດຕ່າງປະເທດ ຕວກກີ

ຕອນເຊົ້າວັນທີ 08 ຕຸລາ, ທີ່ Istanbul ປະເທດ ຕວກກີ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານ Nail Olpak, ປະທານສະພາເສດຖະກິດ ຕ່າງປະເທດ ຕວກກີ (DEIK). 

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານ Nail Olpak,
ປະທານສະພາເສດຖະກິດຕ່າງປະເທດ ຕວກກີ 

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງເລື່ອງສະພາເສດຖະກິດ ຕ່າງປະເທດ ຕວກກີ ໃນການສົມທົບຈັດຕັ້ງເວທີປາໄສດຳເນີນທຸລະກິດ ແລະ ລົງທຶນ ຕວກກີ - ຫວຽດນາມ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ

 ໃຫ້ຂໍ້ສັງເກດວ່າ ໃນຂົງເຂດການຄ້າ - ການລົງທຶນ, 2 ປະເທດມີບາດກ້າວພັດທະນາຫລາຍຢ່າງ. ວົງເງິນການຄ້າ 2 ຝ່າຍໃນປີ 2017 ບັນລຸໄດ້ປະມານ 1,5 ຕື້ USD, 2 ປະເທດສູ້ຊົນບັນລຸວົງເງິນການຄ້າ 2 ຝ່າຍໃຫ້ໄດ້ 4 ຕື້ USD ໃນປີ 2020.

       ເວທີປາໄສດຳເນີນທຸລະກິດ ແລະ ລົງທຶນ ຕວກກີ - ຫວຽດນາມ ໄດ້ດຶງດູດວິສາຫະກິດ ຕວກກີ ເຂົ້າຮ່ວມປະມານ 160 ແຫ່ງ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ວິສາຫະກິດ ຕວກກີ ສົນໃຈທີ່ສຸດເຖິງເລື່ອງຊອກຫາໂອກາດການລົງທຶນຜະລິດ, ດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານ Nail Olpak ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ DEIK ຈະຈັດຕັ້ງຄະນະຜູ້ແທນວິສາຫະກິດ ຕວກກີ ມາຍັງ ຫວຽດນາມ ເຂົ້າຮ່ວມສັບປະດາ fashion ແລະ ສັບປະດາອາຫານການກິນ.

(ແຫຼ່ງຄັດຈາກ VOV)



top