• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ການຕ້ອນຮັບທ່ານເລຂາຄະນະພັກແຂວງ ຈຽງຊູ, ປະເທດຈີນ

      ໃນຂອບເຂດການຢ້ຽມຢາມຈີນຢ່າງເປັນທາງການ, ຕອນບ່າຍວັນທີ 8 ກໍລະກົດ, ຢູ່ນະຄອນ ໜານຈຽງ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານ ເລົ໊າຈິ໊ນຈ້ຽນ ເລຂາຄະນະພັກ ແຂວງຈຽງຊູ. 

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານ ເລົ໊າຈິ໊ນຈ້ຽນ ເລຂາຄະນະພັກ
      ນະທີ່ນີ້, ທ່ານ ເລົ໊າຈິ໊ນຈ້ຽນ ໃຫ້ຮູ້ວ່າ: ແຂວງຈຽງຊູມີຄວາມປາດຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມື, ແບ່ງປັນບົດຮຽນ ກັບ ຫວຽດນາມ ໃນການພັດທະນາເສດຖະກິດ, ພັດທະນາເຂດອຸດສາຫະກຳ, ການພົວພັນແລກປ່ຽນປະຊາຊົນ, ວັດທະນະທຳ ແລະ ການທ່ອງທ່ຽວ. ທ່ານນາງ ຫງວຽນທິກິມເງິນ ໄດ້ເນັ້ນໜັກວ່າປັດຈຸບັນ ຈີນ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ ແລະ ຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງຈີນໃນອາຊຽນ. ໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ ຈີນແມ່ນຄູ່ຮ່ວມມືສຳຄັນແຖວໜ້າດ້ວຍການພົວພັນຮ່ວມມືໃນຂົງເຂດຕ່າງໆຄື: ການເມືອງ,ການຕ່າງປະເທດ, ເສດຖະກິດ, ວິທະຍາສາດເຕັກໂນໂລຢີ, ການພົວພັນແລກປ່ຽນປະຊາຊົນ.
        ໂດຍເນັ້ນໜັກເຖິງຂົງເຂດການພົວພັນແລກປ່ຽນປະຊາຊົນ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ, ທ່ານນາງປະທານສະພາແຫ່ງຊາດມີຄວາມຫວັງຢາກໃຫ້ບັນດາທ້ອງຖິ່ນຂອງຈີນ, ໃນນັ້ນມີແຂວງ ຈຽງຊູ ສືບຕໍ່ຜັນຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນບັນດາການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດໃຫ້ເປັນຢ່າງດີ, ຜ່ານນັ້ນ, ປະກອບສ່ວນປັບປຸງ ຄວາມສາມັກຄີມິດຕະພາບທີ່ເປັນມູນເຊື້ອ, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ຈີນ ໃຫ້ເລິກເຊິ່ງກ່ວາອີກ.
            ກໍ່ກຽວຂ້ອງເຖິງເຫດການດັ່ງກ່າວບັນດາໜັງສືພິມເອເລັກໂຕນິກທາງການຂອງແຂວງຈຽງຊູ (ຈີນ) ໃນລະຫວ່າງວັນທີ 8 - 9 ກໍລະກົດໄດ້ລົງຂ່່າວ ແລະ ຮູບຖ່າຍກ່ຽວກັບການພົບປະລະຫວ່າງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານ ເລົ໊າຈິ໊ນຈ້ຽນ ເລຂາຄະນະພັກແຂວງ, ປະທານຄະນະປະຈຳສະພາຜູ້ແທນປະຊາຊົ ແຂວງຈຽງຊູ. ຕາມບັນດາບົດໜັງສືພິມແລ້ວ, ທີ່ການພົບປະທ່ານ ເລົ໊າຈິ໊ນຈ້ຽນ ໄດ້ເນັ້ນໜັ້ກວ່າພ້ອມແລ້ວທີ່ຈະພ້ອມກັບຝ່າຍ ຫວຽດນາມ ປະຕິບັດ ບັນດາຄວາມຮັບຮູ້ລວມທີ່ສຳຄັນລະຫວ່າງການນຳຂັ້ນສູງສອງປະເທດຢ່າງຈິງຈັງ, ກຳແໜ້ນກາລະໂອກາດເພື່ອພັດທະນາໂດຍການເຫັນເປັນໂລກາພິວັດນຳມາໃຫ້, ເພີ່ມທະວີການຮ່ວມມືໃນຂົງເຂດການລົງທຶນ ແລະ ອຸດສາຫະກຳສະໜັບສະໜູນ, ຕັ້ງໜ້າຊຸກຍູ້ການພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ຈີນ ໃຫ້ພັດທະນາ.
        ພາຍຫຼັງການຢ້ຽມຢາມຈຽງຊູ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມຈະໄປຍັງ ປັກກິ່ງໃນວັນທີ 10 ກໍລະກົດ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top