• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບເອກອັກຄະລັດຖະທູດ ນອກແວ ແລະ ສ.ເຊັກໂກ


ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫງວຽນ​ທິ​ກິມ​ເງິນ
​ຕ້ອ​ນ​ຮັບ​ເອກ​ອັກ​ຕະ​ລັດ​ຖະ​ທູດນອກ​ແວ​
(ພາບ: TTXVN)
      ​ບ່າຍ​ວັນ​ທີ 22/03, ຢູ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ແຫ່ງ​ລາ​ຊະ​ອາ​ນາ​ຈັກ​ນອກ​ແວ Siren Gjerme Eriksem. ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອ​ນ​ຮັບ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ສະ​ເໜີ​ໃຫ້ 2 ຝ່າຍ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບົດ​ຮຽນ, ຖ່າຍ​ຖອດ​ເຕັກ​ໂນ​ໂລ​ຊີ​ເຊິ່ງນອກ​ແວ ມີ​ທ່າ​ແຮງ ແລະ ຫວຽດ​ນາມ ມີ​ຄວາ​ມ​ຕ້ອງ​ການ. ປະ​ຈຸ​ບັນ, ນອກ​ແວ ພວມ​ແມ່ນ​ຜູ້​ປະ​ສານ​ງານ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລ​ີ​ລະ​ຫວ່າງ​ຫວຽດ​ນາມ ກັບກຸ​່ມ​ການ​ຄ​້າ​ເສ​ລີ​ເອີ​ລົບ, ສະ​ນັ້ນ, ທ່ານ​ນາງ​ປະ​ທານ​ສະ​ແຫ່ງ​ຊາດ ສະ​ເໜີ​ໃຫ້​ນອກ​ແວ ຊຸກ​ຍູ້​ເພື່ອ​​ສຳ​ເລັດ​ການ​ເຈ​ລະ​ຈາ ແລະ ລົງ​ນາ​ມ​ສັນ​ຍາ​ດັ່ງ​ກ່າວ​ໂດຍ​ໄວ. ທ່ານ​ນາງ​ປະ​ທານ​ສະ​ແຫ່ງ​ຊາດ​ຫງວຽນ​ທິ​ກິມ​ເງິນ ປາດ​ຖະ​ໜາ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ ຕ້ອງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ຂັ້ນ​ກຳ​ມາ​ທິ​ການ​ເພື່ອ​ແລກ​ປ່ຽນ​ບົດ​ຮຽນ ແລະ ຂໍ້​ມູນ​ຂ່າວ​ສານ.
        ທີ່​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສ.ເຊັກ​ໂກ ປະ​ຈຳ​ຫວຽດ​ນາມ Vitez Slav Grepl, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ປາດ​ຖະ​ໜາ​ວ່າ, ໃນ​ຖາ​ນະ​ຕຳ​ແໜ່ງ​ຂອງ​ຕົນ, ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ​ Vitez Slav Grepl ຈະ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ພັດ​ທະ​ນາ​​ດີ​ຍິ່ງກວ່າ​ອີກ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top