• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ: ການສຶກສາປະກອບສ່ວນຊຸກຍູ້ການໂອ້ລົມສົນທະນາ,ຍົກສູງຄວາມເຂົ້າໃຈເຊິ່ງກັນແລະກັນ

ຕອນບ່າຍວັນທີ 07 ເມສາ (ຕາມເວລາທ້ອງຖິ່ນ), ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະ, ກອງປະຊຸມສະມັດຊາໃຫຍ່ຄັ້ງທີ 140 ສະຫະພັນລັດຖະສະພາສາກົນ (IPU 140), ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ.

(ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະ)

ບັນດາສະມາຊິກລັດຖະສະພາໄດ້ສວມບົດບາດສຳຄັນໃນການສ້າງລະບົບກົດໝາຍໃຫ້ສົບບູນແບບ, ຈັດແບ່ງງົບປະມານ, ຕິດຕາມກວດກາລັດຖະບານຜັນຂະຫຍາຍບັນດາແຜນການກະທຳໃນຂົງເຂດການສຶກສາ; ພ້ອມທັງແມ່ນຂົວເຊື່ອມຕໍ່ ຊ່ວຍຍົກສູງຄວາມຮູ້, ສະຕິຄວາມຮັບຮູ້ຂອງປະຊາຊົນໃນສັງຄົມ ກ່ຽວກັບຄວາມສຳຄັນຂອງການສຶກສາເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງ.

        ໃນວິວັດທະນາການພັດທະນາປະເທດຊາດ, ເຊື່ອມໂຍງເຂົ້າກັບສາກົນຂອງຕົນ, ຍາມໃດຫວຽດນາມ ກໍ່ໃຫ້ບູລິມະສິດແກ່ການພັດທະນາ ໄປພ້ອມກັບຄວາມໝັ້ນຄົງ, ຍົກສູງການສຶກສາແມ່ນລັດຖະນະໂຍບາຍແຖວໜ້າ, ປະກອບສ່ວນຍົກສູງຄວາມຮັບຮູ້ຂອງປະຊາຊົນ, ສ້າງແຫຼ່ງຊັບພະຍາກອນທີ່ມີລະດັບສູງເພື່ອຕອບສະໜອງຄວາມຮຽກຮ້ອງໃນຍຸກສະໄໝເຕັກໂນໂລຊີ 4.0. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ກ່າວວ່າ.

        “IPU ສືບຕໍ່ປ່ຽນແປງໃໝ່ການເຄື່ອນໄຫວເພື່ອແນໃສ່ເພີ່ມທະວີປະສິດທິຜົນ ແລະ ບົດບາດສຳລັບບັນດາລັດຖະສະພາສະມາຊິກ, ຊຸກຍູ້ລັດຖະສະພາສະມາຊິກປະຕິບັດບັນດາຂໍ້ສະເໜີແນະໃນມະຕິ ເຊິ່ງສະມັດຊາໃຫຍ່ຮັບຮອງເອົາ. ເພີ່ມທະວີການເຈລະຈາ, ການຮ່ວມມືກັບສາກົນ, ການພົວພັນຄູ່ຮ່ວມມືລະຫວ່າງບັນດາປະເທດ ແລະ ບັນດາອົງການຈັດຕັ້ງສາກົນ, ສ້າງແຫຼ່ງກຳລັງໜູນຊ່ວຍຢ່າງສຸດຂີດໃຫ້ແກ່ບັນດາປະເທດທີ່ພວມປະສົບກັບຂໍ້ຈຳກັດໃນການຜັນຂະຫຍາຍບັນດາຫຼັກສູດການສຶກສາຮອບດ້ານ, ກວມລວມເພື່ອການພັດທະນາແບບຍືນຍົງ. ສະພາແຫ່ງຊາດຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຍາມໃດກໍ່ຈະແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ, ພ້ອມແລ້ວທີ່ຈະພ້ອມກັບ IPU ແລະ ລັດຖະສະພາບັນດາປະເທດ ປະຕິບັດບັນດາມະຕິ, ຂໍ້ລິເລີ່ມຂອງ IPU ເພື່ອປະກອບສ່ວນເຂົ້າໃນການສ້າງສັນຕິພາບ ແລະ ການພັດທະນາແບບຍືນຍົງ ເພື່ອຜົນປະໂຫຍດຂອງປະຊາຊົນບັນດາປະເທດໃນໂລກ”.

(ແຫຼ່ງຄັດຈາກ VOV)

ປະ​ຕິ​ບັດ​ການ​ປ້ອງ​ກັນ, ຕ້ານ​ການ​ຂຸ້ນ​ຄົ້ນ IUU ຢ່າງ​ຂ້ຽວ​ຂາດ

ປະ​ຕິ​ບັດ​ການ​ປ້ອງ​ກັນ, ຕ້ານ​ການ​ຂຸ້ນ​ຄົ້ນ IUU ຢ່າງ​ຂ້ຽວ​ຂາດ

ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດ ໄດ້ຮຽກຮ້ອງຕຳຫຼວດທະເລເຂດ 4 ສືບຕໍ່ຍົກສູງຄຸນນະພາບ, ປະສິດທິຜົນໃນວຽກງານໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ຊາວປະມົງ, ການລາດຕະເວນ, ກວດກາ, ຄວບຄຸມ, ຕິດຕາມກຳປັ່ນຫາປາເຄື່ອນໄຫວຢູ່ທະເລຢ່າງແໜ້ນແຟ້ນ…

Top