• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດເຂົ້າຮ່ວມພິທີປະກາດແຜນຜັງເຂດຕົວເມືອງໃໝ່ ກາມເລີມ, ແຂວງແຄ໋ງຮ່ວາ

ຕອນເຊົ້າວັນທີ 2 ມີນາ, ຢູ່ແຂວງແຄ໋ງຮ່ວາ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫວະ ໄດ້ເຂົ້າຮ່ວມພິທີປະກາດແຜນຜັງເຂດຕົວເມືອງໃໝ່ ກາມເລີມ, ແຂວງ ແຄ໋ງຮ່ວາ.
ທ່ານປະທານສະພາແຫ່ງຊາດ ເວືອງດີງເຫວະ ໄດ້ເຂົ້າຮ່ວມພິທີປະກາດແຜນຜັງເຂດຕົວເມືອງໃໝ່ ກາມເລີມ, ແຂວງ ແຄ໋ງຮ່ວາ

 ກ່າວຄຳເຫັນທີ່ພິທີປະກາດ, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ໃຫ້ຮູ້ວ່າ: ແຜນຜັງເຂດຕົວເມືອງ ກາມເລີມ ໄດ້ຮັບການສ້າງຂຶ້ນແລະ ອະນຸມັດຜ່ານ ຊຶ່ງນອນໃນແຜນການເຊື່ອມຕໍ່ກັບນະຄອນ ຍາຈາງແລະ ນະຄອນ ກາມແຣງ. ນີ້ຈະນີ້ຈະເປັນເຂດຕົວເມືອງສະໜາມບິນທີ່ທັນສະໄໝ, ນິເວດວິທະຍາ, ອັດສະລິຍະລະດັບໂລກ; ເປັນຈຸມສຸມການບໍລິການທ່ອງທ່ຽວທະເລ ແລະການບໍລິການ logistics . ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ໃຫ້ຮູ້ວ່າ:

ພ້ອມກັບແຜນຜັງອື່ນໆ, ຈະສ້າງເຂດໃໝ່, ເງື່ອນໄຂ ແລະ ກຳລົງໜູນໃໝ່ເພື່ອໃຫ້ແຂວງແຄ໋ງຮ່ວາເວົ້າລວມ ແລະ ເມືອງ ກາມເລີມເວົາສະເພາະ ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ ໂດຍອີງໃສ່ເສດຖະກິດຕົວເມືອງ ແລະ ການບໍລິການ. ຊາວກາມເລີມໃນອະນາຄົດອັນໃກ້ໆນີ້ ຈະໄດ້ຮັບການ ບໍລິການສັງຄົມທີ່ມີຄຸນນະພາບສູງ. ປັດໄຈທີ່ຕັດສິນ ຜົນສໍາເລັດນີ້ແມ່ນຄວາມຂະຫຍັນຂັນເຄື່ອນ ມີຫົວຄິດປະດິດສ້າງ, ມີວິທີປະຕິບັດຢ່າງເປັນແບບເປັນແຜນ ແລະ ຄົບຊຸດຂອງພວກເຮົາ”

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ຫວ່າງມໍ່ໆມານີ້, ສື່ມວນຊົນ ອາເມລິກາ ໄດ້ໃຫ້ຂ່າວວ່າ, ບັນດາເຈົ້າໜ້າທີ່ ເວເນຊູເອລາ ແລະ ອາເມລິກາ ພວມປຶກສາຫາລືກ່ຽວກັບຄວາມສາມາດເຊື່ອມຕໍ່ການສົ່ງອອກນ້ຳມັນດິບຂອງປະເທດນີ້ໄປຍັງ ອາເມລິກາ.

Top