• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດຫງວຽນທິກິມເງິນເຈລະຈາກັບປະທານສະພາແຫ່ງຊາດ ສ.ເກົາຫຼີແລະພົບປະເຈລະຈາກັບປະທານາທິບໍດີສ.ເກົາຫຼີ

ຕອນບ່າຍວັນທີ 06 ທັນວາ, ຢູ່ຫໍສະພາແຫ່ງຊາດສ.ເກົາຫຼີ, ທີ່ນະຄອນຫຼວງເຊີອຸນ, ພິທີຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ດຳເນີນຢ່າງສົມກຽດ, ດ້ວຍການເປັນປະທານຂອງທ່ານປະທານສະພາແຫ່ງຊາດສ.ເກົາຫຼີ Moon Hee Sang.


(ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ

ແລະ ທ່ານປະທານສະພາແຫ່ງຊາດສ.ເກົາຫຼີ Moon Hee Sang)

ພາຍຫຼັງພິທີຕ້ອນຮັບ, 2 ຝ່າຍໄດ້ດຳເນີນການເຈລະຈາ. ທີ່ການເຈລະຈາ, ທ່ານປະທານສະພາແຫ່ງຊາດສ.ເກົາຫຼີ ໄດ້ທົບທວນຄືນບັນດາໝາກຜົນພົ້ນເດັ່ນຂອງການພົນພັນມິດຕະພາບ, ການຮ່ວມມືລະຫວ່າງສ.ເກົາຫຼີ ແລະ ຫວຽດນາມ ນັບແຕ່ປີ 1992 ມາຮອດປະຈຸບັນ; ພ້ອມທັງຕີລາຄາການພົວພັນລະຫວ່າງ 2 ປະເທດທີ່ໄດ້ມີບັນດາບາດກ້າວພັດທະນາບຸກທະລຸໃນຫຼາຍຂົງເຂດຄື: ການເມືອງ, ເສດຖະກິດ, ວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ. ເມື່ອເນັ້ນໜັກເຖິງເລື່ອງຫວຽດນາມ ແມ່ນຄູ່ຮ່ວມມືພັດທະນາໃຫຍ່ກວ່າໝູ່ຂອງສ.ເກົາຫຼີ, ທ່ານປະທານສະພາແຫ່ງຊາດສ.ເກົາຫຼີ ສະແດງຄວາມປາດຖະໜາຢາກໃຫ້ 2 ຝ່າຍສ້າງຕັ້ງການພົວພັນຮ່ວມມືມິດຕະພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.

        ສ່ວນທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢືນຢັນວ່າ, ສະພາແຫ່ງຊາດຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບທ່ານປະທານສະພາແຫ່ງຊາດ Moon Hee Sang ແລະ ສະພາແຫ່ງຊາດສ.ເກົາຫຼີ ສືບຕໍ່ເພີ່ມທະວີການພົວພັນມິດຕະພາບອັນດີງາມ ແລະ ຮ່ວມມືຢ່າງຍາວນານລະຫວ່າງສະພາແຫ່ງຊາດ 2 ປະເທດ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຖືເປັນສຳຄັນການພັດທະນາການຮ່ວມມືກັບສ.ເກົາຫຼີ, ຖືສ.ເກົາຫຼີ ແມ່ນຄູ່ຮ່ວມມືສຳຄັນ, ຍາວນານຂອງຫວຽດນາມ. ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ 2 ຝ່າຍໃຫ້ບັນລຸວົງເງິນການຄ້າ 100 ຕື້ USD ໃນປີ 2020 ຕາມທິດດຸນດ່ຽງໃນໄລຍະຈະມາເຖິງ, ທ່ານນາງປະທານສະແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ 2 ຝ່າຍສືບຕໍ່ຮັກສາບັນດາກົນໄກຮ່ວມມື 2 ຝ່າຍ, ບົນພື້ນຖານນັ້ນ, ສະເໜີບັນດາມາດຕະການເພື່ອແນໃສ່ເປີດກວ້າງ ແລະ ຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ທ່ອງທ່ຽວ.

        ກ່ຽວກັບບັນຫາສາກົນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ, ຫວຽດນາມ ຕີລາຄາສູງຫຼັກໝັ້ນຂອງສ.ເກົາຫຼີ ກ່ຽວກັບບັນຫາທະເລຕາເວັນອອກ, ສະເໜີໃຫ້ສ.ເກົາຫຼີ ສືບຕໍ່ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ແລະ ອາຊຽນ ໃນການຮັກສາສັນຕິພາບ, ສະຖຽນລະພາບ, ແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ…

        ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ນະຄອນຫຼວງເຊີອຸນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມີການພົບປະເຈລະຈາກັບທ່ານປະທານາທິບໍດີສ.ເກົາຫຼີ Moon Jae in. ທີ່ການພົບປະເຈລະຈາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ 2 ປະເທດສືບຕໍ່ຮັກສາການພົວພັນແລກປ່ຽນ ແລະ ພົບປະລະຫວ່າງການນຳຂັ້ນສູງເປັນປະຈຳ, ສ້າງເງື່ອນໄຂສະດວກໃຫ້ແກ່ການຊຸກຍູ້ການພົວພັນແລກປ່ຽນລະຫວ່າງບັນດາຂັ້ນ, ຂະແໜງການ, ທ້ອງຖິ່ນຕ່າງໆ, ຈາກນັ້ນປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ພັດທະນາການພົວພັນລະຫວ່າງ 2 ປະເທດຢ່າງໝັ້ນຄົງ, ຍາວນານ…; 2 ຝ່າຍຄວນສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດການທູດ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ສ.ເກົາຫຼີ ເລິກເຊິ່ງກວ່າ ແລະ ປະຕິບັດບັນດາກົນໄກ, ຂໍ້ຕົກລົງຮ່ວມມືທີ່ມີຢູ່ແລ້ວ ແລະ ສະເໜີໃຫ້ ສ.ເກົາຫຼີ ໜູນຊ່ວຍຍົກສູງກຳລັງຄວາມສາມາດປະຕິບັດກົດໝາຍຢູ່ທະເລ; ແບ່ງປັນບົດຮຽນ, ໜູນຊ່ວຍຫວຽດນາມ ກໍ່ສ້າງ, ຜັນຂະຫຍາຍຍຸດທະສາດທະເລຢ່າງມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)


ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top