• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດຫງວຽນທິກິມເງິນສິ້ນສຸດການໄປປະຕິບັດງານຢູ່ຕ່າງປະເທດຢ່າງຈົບງາມ

ຕອນເຊົ້າວັນທີ 09 ເມສາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ກັບເມືອຮອດສະໜາມບິນ ໂນ້ຍບ່າຍ, ສິ້ນສຸດການຢ້ຽມຢາມລາຊະນາອາຈາກມາຣົກ, ສ.ຝລັ່ງ, ຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາເອີລົບ, ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 140 ສະຫະພັນລັດຖະສະພາສາກົນ (IPU 140) ຢ່າງເປັນທາງການຢ່າງຈົບງາມ.

(ທ່ານປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສິ້ນສຸດການໄປປະຕິບັດງານຢູ່ຕ່າງປະເທດຢ່າງຈົບງາມ)

ໃນການເຄື່ອນໄຫວ 2 ຝ່າຍ, ໃນການຢ້ຽມຢາມລາຊະອານາຈັກມາຣົກ, ສ.ຝລັ່ງ ຢ່າງເປັນທາງການນັ້ນ, ທ່ານນາງປະທານສະພາແຫ່ງຊາດ ໄດ້ມີບັນດາການພົບປະເຈລະຈາກັບການນຳຂັ້ນສູງຂອງ 2 ປະເທດ. ທີ່ບັນດາການເຈລະຈາ, 2 ຝ່າຍໄດ້ເປັນເອກະພາບຫຼາຍມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ກັບລັດຖະສະພາ 2 ປະເທດ, ກໍຄືການພົວພັນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ, ພິເສດຢູ່ບັນດາເວທີປາໄສສາກົນ.

        ຢູ່ສ.ຝລັ່ງ, ທ່ານນາງປະທານສະພາແຫ່ງຊາດ ໄດ້ພົບປະກັບວິສາຫະກິດແຖວໜ້າຂອງຝລັ່ງ 15 ແຫ່ງ, ພ້ອມກັບສະມາຊິກລັດຖະສະພາສູງ, ສະພາຕ່ຳ ເພື່ອເຈລະຈາກ່ຽວກັບບັນດານະໂຍບາຍ, ການກຳນົດທິດພັດທະນາເສດຖະກິດ, ການຄ້າລະຫວ່າງ 2 ປະເທດ; ພົບປະກັບຊາວຫວຽດນາມ ອາໄສຢູ່ຝລັ່ງ…

        ຢູ່ລາຊະອານາຈັກແບນຊິກ, ທ່ານນາງປະທານສະພາແຫ່ງຊາດ ໄດ້ຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາເອີລົບ, ຄະນະກຳມະການເອີລົບ ເພື່ອແນໃສ່ຊຸກຍູ້ການລົງນາມ, ໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ອີຢູ ໂດຍໄວ. ຢູ່ທີ່ນີ້, ບັນດາການນຳລັດຖະສະພາເອີລົບ ກໍ່ຄືການນຳຂັ້ນສູງຂອງແບນຊິກ ໄດ້ຢືນຢັນ, ສະໜັບສະໜູນການໃຫ້ສັດຕະຍາບັນບັນດາສັນຍາດັ່ງກ່າວໂດຍໄວ.

        ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາເອີລົບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 140 ສະຫະພັນລັດຖະສະພາສາກົນ (IPU 140). ທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ກໍ່ສະເໜີບັນດາບັນຫາໃຫຍ່ເພື່ອປັບປຸງສະພາບແວດລ້ອມແຫ່ງສັນຕິພາບ ແລະ ການພັດທະນາ.

        ຢູ່ນອກກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ໄດ້ມີບັນດາການພົບປະ 2 ຝ່າຍກັບການນຳລັດຖະສະພາບັນດາປະເທດຄື: ກາຕາ, ລັດເຊຍ, ອີຣານ, ກາຊັກສະຖານ, ສີລັງກາ, ຈໍເຈຍ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top