• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາສູງ ຍີ່ປຸ່ນ ເດີນທາງມາຮອດ ຮ່າໂນຍ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ສອງຝ່າຍຈະສຸມໃສ່ປຶກສາຫາລືເຖິງວິທີການທີ່ຈະເຮັດໃຫ້ການພົວພັນຂອງສອງອົງການນິຕິບັນຍັດ ກໍ່ຄືກັບສາຍພົວພັນລະຫວ່າງສອງປະເທດມີຄວາມເລິກເຊິ່ງຍິ່ງຂຶ້ນ, ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດໃຫ້ເລິກເຊິ່ງ ແລະ ກ້ວາງຂວາງເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນ ຢູ່ທະວີບອາຊີ, ລະຫ່ວາງ ຫວຽດນາມ ແລະ ຍີ່ປຸ່ນຂື້ນສູ່ລະດັບສູງໃໝ່.
ທ່ານ ປະທານສະພາສູງ ຍີ່ປຸ່ນ Otsuji Hidehisa (ພາບ: Kyodo)

ຕອນຄ່ຳວັນທີ 4 ກັນຍາ, ທ່ານ ປະທານສະພາສູງ ຍີ່ປຸ່ນ Otsuji Hidehisa ພ້ອມດ້ວຍຄະນະຜູ້ແທນ ຍີ່ປຸ່ນ ໄດ້ເດີນທາງມາເຖິງສະໜາມບິນສາກົນ ໂນ້ຍບາຍ (ຮ່າໂນຍ), ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຕັ້ງແຕ່ວັນທີ 4-7 ກັນຍາ, ຕາມການເຊື້ອເຊີນຂອງປະທານສະພາແຫ່ງຊາດ ຫວຽດນາມ ທ່ານ ເວືອງ ດິງ ເຫ້ວະ. ການມາຢ້ຽມຢາມ ຫວຽດນາມ ດຳເນີນກົງກັບໂອກາດພິເສດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສອງປະເທດຄົບຮອບ 50 ປີ (1973-2023), ການມາຢ້ຽມຢາມໃນຄັ້ງນີ້ເປັນຂີດໝາຍອັນສຳຄັນໃນວຽກງານການເພີ່ມທະວີການພົວພັນຮ່ວມມືລະຫ່ວາງ ສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ຍີ່ປຸ່ນ, ຜ່ານນັ້ນ, ກໍ່ຕັ້ງໜ້າຊຸກຍູ້ສາຍພົວພັນ ຫວຽດນາມ - ຍີ່ປຸ່ນ ໃຫ້ນັບມື້ນັບພັດທະນາຢ່າງເຂັ້ມແຂງ, ເລິກເຊິ່ງ ແລະ ກ້ວາງຂວາງໃນທຸກໆຂະແໜງການ.
  

ໃນຂອບເຂດການມາຢ້ຽມຢາມ, ທ່ານ ປະທານສະພາແຫ່ງຊາດ ເວືອງ ດິງ ເຫ້ວະ ໄດ້ມີການຕ້ອນຮັບ ແລະ ດຳເນີນການພົບປະເຈລະຈາກັບ ປະທານສະພາສູງ ຍີ່ປຸ່ນ. ປະທານສະພາສູງ ຍີ່ປຸ່ນ ຈະມີການພົບປະກັບບັນດາການນຳຂັ້ນສູງ ຫວຽດນາມ. ສອງຝ່າຍຈະສຸມໃສ່ປຶກສາຫາລືເຖິງວິທີການທີ່ຈະເຮັດໃຫ້ການພົວພັນຂອງສອງອົງການນິຕິບັນຍັດ ກໍ່ຄືກັບສາຍພົວພັນລະຫວ່າງສອງປະເທດມີຄວາມເລິກເຊິ່ງຍິ່ງຂຶ້ນ, ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດໃຫ້ເລິກເຊິ່ງ ແລະ ກ້ວາງຂວາງເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນ ຢູ່ທະວີບອາຊີ, ລະຫ່ວາງ ຫວຽດນາມ ແລະ ຍີ່ປຸ່ນຂື້ນສູ່ລະດັບສູງໃໝ່.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top