• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ແລະ ບັນດາຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ, ຂົນຂວາຍການເລືອກຕັ້ງຢູ່ນະຄອນ ໂຮ່ຈີມິນ

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຍົກອອກບັນດາມາດຕະການແກ້ໄຂເພື່ອຍົກສູງຊີວິດການເປັນຢູ່ຂອງຊາວກະສິກອນ ແລະ ປະຊາຊົນຢູ່ເຂດຊົນນະບົດ; ການພັດທະນາການສຶກສາ, ສາທາລະນະສຸກ, ວັດທະນະທຳ ສັງຄົມ.
ການພົບປະກັບຜູ້ມີສິດເລືອກຕັ້ງເມືອງ ຮອກມົນ. (ພາບ: tuoitre.vn)

ໃນລະຫວ່າງວັນທີ 20 – 21 ພຶດສະພາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ແລະ ບັນດາຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV, ໄດ້ພົບປະກັບຜູ້ມີສິດເລືອກຕັ້ງຢູ່ໜ່ວຍເລືອກຕັ້ງທີ 10 ລວມມີ 2 ເມືອງ ກູຈີ ແລະ ຮອກມົນ ຢູ່ນະຄອນ ໂຮ່ຈີມິນ.

        ທີ່ການພົບປະກັບຜູ້ມີສິດເລືອກຕັ້ງ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຍົກອອກບັນດາມາດຕະການແກ້ໄຂເພື່ອຍົກສູງຊີວິດການເປັນຢູ່ຂອງຊາວກະສິກອນ ແລະ ປະຊາຊົນຢູ່ເຂດຊົນນະບົດ; ການພັດທະນາການສຶກສາ, ສາທາລະນະສຸກ, ວັດທະນະທຳ ສັງຄົມ. ຕາມທ່ານປະທານປະເທດແລ້ວ, ພ້ອມກັບການສ້າງຄວາມສະດວກກວ່າໃຫ້ແກ່ການລົງທຶນ, ພັດທະນາການຜະລິດດຳເນີນທຸລະກິດແມ່ນຕ້ອງຮັບປະກັນຊີວິດສັງຄົມ. ນີ້ກໍ່ແມ່ນບັນຫາທີ່ໄດ້ວາງອອກສຳລັບຫຼາຍແຂວງ, ນະຄອນໃນທົ່ວປະເທດ ແລະ 2 ເມືອງ ກູຈີ ແລະ ຮອກມົນ:

        “ພວກຂ້າພະເຈົ້າສະເໜີຕໍ່ສະພາແຫ່ງຊາດ, ລັດຖະບານ ແລະ ບັນດາກະຊວງ, ຂະແໜງການ ສືບຕໍ່ຍູ້ແຮງການປະຕິຮູບທາງດ້ານເສດຖະກິດ ເພື່ອແນໃສ່ສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດທີ່ໂປ່ງໃສ, ສະດວກກວ່າອີກ ໃຫ້ແກ່ບັນດາວິສາຫະກິດ, ນັກລົງທຶນ, ໂດຍສະເພາະແມ່ນບັນດາວິສາຫະກິດທີ່ມີຂອບຂະໜາດນ້ອຍ ແລະ ກາງ. ພິເສດ, ຕ້ອງເອົາໃຈໃສ່ເຖິງເສດຖະກິດຄອບຄົວ. ກະຕຸກຊຸກຍູ້ການປະຕິບັດບັນດາຂໍ້ລິເລ່ີມກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນທີ່ສະດວກຂອງປະຊາຊົນ ເພື່ອພັດທະນາເສດຖະກິດຄອບຄົວໃຫ້ກາຍເປັນບັນດາວິສາຫະກິດ”.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top