• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຈີ່ນດ້າຍກວາງ ແລະ ປະທານາທິບໍດີ Donald Trump ເປັນປະທານການປະຊຸມຂ່າວ

      ຕອນທ່ຽງວັນທີ 12 ພະຈິກ, ທີ່ບໍລິເວນທຳນຽບປະທານປະເທດ, ພາຍຫລັງພິທີຕ້ອນຮັບຢ່າງເປັນທາງການ ແລະ ການເຈລະຈາຂັ້ນສູງ,
ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump
ໄດ້ເປັນປະທານການປະຊຸມຂ່າວ (ພາບ: TTXVN)
      ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເປັນປະທານການປະຊຸມຂ່າວ, ປະກາດກ່ຽວກັບໝາກຜົນອັນດີງາມຂອງການເຈລະຈາ ແລະ ຕອບບັນດາຄຳຖາມຂອງນັກຂ່າວພາຍໃນປະເທດ ແລະ ສາກົນ.
        ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ: 2 ຝ່າຍພ້ອມກັນຕີລາຄາການພົວພັນ ຫວຽດນາມ - ອາເມລິກາ ໃນໄລຍະຜ່ານມາ ບັນລຸໄດ້ໝາກຜົນແທດຈິງຫລາຍຢ່າງ ນຳມາເຊິ່ງຜົນປະໂຫຍດໃຫຍ່ຫລວງໃຫ້ປະຊາຊົນ 2 ປະເທດ. ໃນການຢ້ຽມຢາມທາງລັດຖະກິດເຖິງ ຫວຽດນາມ ຄັ້ງນີ້ ຂອງທ່ານປະທານາທິບໍດີ Donald Trump 2 ຝ່າຍໄດ້ອອກຖະແຫຼງການຮ່ວມ ເຫັນດີເປັນເອກະສັນສືບຕໍ່ເຮັດໃຫ້ ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ເລິກເຊິ່ງກ່ວາອີກ ບົນຫຼັກການເຄົາລົບເອກະລາດ, ປະຊາທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບດ້ານການເມືອງຂອງກັນ.
        ກ່ຽວກັບທິດທາງການພົວພັນ ຫວຽດນາມ - ອາເມລິກາ ໃນໄລຍະຈະມາເຖິງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ: 2 ຝ່າຍຈະເພີ່ມທະວີການພົບປະ ແລະ ເຈລະຈາ ພິເສດແມ່ນສືບຕໍ່ຊຸກຍູ້ການແລກປ່ຽນ, ພົບປະຂັ້ນສູງ ໂດຍຜ່ານບັນດາການຢ້ຽມຢາມ 2 ຝ່າຍ ແລະ ພົບປະຢູ່ນອກບັນດາເວທີປາໄສພາກພື້ນ ແລະ ສາກົນ.
        ທ່ານປະທານາທິບໍດີ Donald Trump ເນັ້ນໜັກວ່າ ກ່ວາ 2 ທົດສະວັດຜ່ານມາ, ອາເມລິກາ ແລະ ຫວຽດນາມ ພ້ອມກັນຊອກຫາບັນດາຈຸດທີ່ຄ້າຍຄືກັນ ອີງຕາມຜົນປະໂຫຍດລວມ, ສ້າງການຜູກຮັດ ເພື່ອໃຫ້ມີການພົວພັນຄືປັດຈຸບັນ. ແລະການຢ້ຽມຢາມຂອງທ່ານປະທານາທິບໍດີ Donald Trump ແມ່ນຢືນຢັນຄືນໃໝ່ການຜູກຮັດຕ່າງໆນັ້ນ.
        ທ່ານປະທານາທິບໍດີ Donald Trump ຊົມເຊີຍທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ເປັນເຈົ້າພາບຈັດຕັ້ງສັບປະດາຂັ້ນສູງ APEC ຢູ່ນະຄອນ ດ່າໜັງ ສຳເລັດຜົນ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top