• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຈີ່ນດ້າຍກວາງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈີມິນ

ຕອນເຊົ້າວັນທີ 19 ມິຖຸນາ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ແລະ ບັນດາສະມາຊິກສະພາແຫ່ງຊາດຫວຽດນາມຊຸດທີ 14, ຫົວໜ່ວຍເລືອກຕັ້ງເຂດ 1, ນະຄອນໂຮ່ຈີມິນ, ພົບປະກັບຜູ້ມີສິດເລືອກຕັ້ງເມືອງ 1, ເມືອງ 3 ແລະ ເມືອງ 4, ລາຍງານໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມຊຸດທີ 14.


ການພົບປະກັບຜູ້ມີສິດເລືອກຢູ່ນະຄອນໂຮ່ຈີມິນ

(ພາບ:Viet Cuong/VOV)

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດເຈີ່ນດ້າຍກວາງ ຊົມເຊີຍຜູ້ມີສິດເລືອກຕັ້ງ ທີ່ໄດ້ມີຄວາມເອົາໃຈໃສ່ຕິດຕາມການຜັນແປຂອງກອງປະຊຸມ, ກຳແໜ້ນບັນດາເນື້ອໃນທີ່ສະພາແຫ່ງຊາດໄດ້ນຳມາປຶກສາຫາລື; ມີຫຼາຍຄຳເຫັນປະກອບທີ່ຈິງໃຈ, ຊອບທຳ, ກົງເຂົ້າບັນຫາລະອຽດ, ແທດຈິງຂອງປະເທດ ແລະ ນະຄອນ, ກໍຄືການຊີ້ແຈ້ງບັນດາວຽກງານທີ່ປະຕິບັດໄດ້ດີ ແລະສິ່ງທີ່ຕ້ອງຖອດຖອນບົດຮຽນ.

ເມື່ອຕອບຄຳຊັກຖາມຂອງຜູ້ມີສິດເລືອກຕັ້ງກ່ຽວກັບຮ່າງກົດໝາຍຂອງຫົວໜ່ວຍປົກຄອງ - ເສດຖະກິດພິເສດ, ທ່ານປະທານປະເທດໃຫ້ຮູ້ວ່າ, ແຜນນະໂຍບາຍກໍ່ສ້າງບັນດາຫົວໜ່ວຍປົກຄອງ - ເສດຖະກິດພິເສດ ແມ່ນແຜນນະໂຍບາຍໃຫຍ່ຂອງພັກໃນຫຼາຍອາຍຸການຜ່ານມາ, ດ້ວຍເປົ້າໝາຍແມ່ນສ້າງລະບອບນະໂຍບາຍບຸກທະລຸ, ບຸລິມະສິດຢ່າງກະໂດດຂັ້ນ, ມີກຳລັງຄວາມສາມາດແກ້ງແຍ່ງຢ່າງພຽງພໍ ເພື່ອດຶງດູດນັກລົງທຶນໃນພາກພື້ນ ແລະ ສາກົນ, ສ້າງກຳລັງໜູນພັດທະນາໃຫ້ບັນດາເຂດພິເສດ, ແຜ່ຂະຫຍາຍໄປຍັງບັນດາເຂດເສດຖະກິດ ແລະ ທົ່ວປະເທດ, ປະກອບສ່ວນພັດທະນາເສດຖະກິດຂອງປະເທດຊາດຢ່າງວ່ອງໄວ, ຍືນຍົງຕິດພັນກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະປົກປັກຮັກສາອະທິປະໄຕຂອງປະເທດຊາດໃຫ້ໝັ້ນຄົງ. ເຖິງຢ່າງໃດກໍຕາມ, ນີ້ແມ່ນຮ່າງກົດໝາຍໃໝ່, ສັບສົນ, ຍັງບໍ່ເຄີຍມີມາກ່ອນ, ຫຼາຍຂໍ້ກຳນົດກ່ຽວກັບກົນໄກ, ນະໂຍບາຍໃນຮ່າງກົດໝາຍມີລັກສະນະບຸກທະລຸ ນັບທັງການຈັດຕັ້ງ ແລະ ທັດສະນະ, ການກຳນົດທິດພັດທະນາໃນເງື່ອນໄຂເຊື່ອມໂຍງເຂົ້າກັບສາກົນ ນັບມື້ນັບໄດ້ຮັບການເປີດກວ້າງ ແລະສະພາບການສາກົນ, ພາກພື້ນພວມມີການຜັນແປຢ່າງສັບສົນ. ກ່ຽວກັບກົດໝາຍວ່າດ້ວຍການປ້ອງກັນຄວາມປອດໄພທາງເຄືອຂ່າຍອີນເຕີເນັດ, ທ່ານປະທານປະເທດໃຫ້ຮູ້ວ່າ ເມື່ອກົດໝາຍສະບັບນີ້ໄດ້ຮັບການຮັບຮອງເອົາ ຈະຊ່ວຍສະກັດກັ້ນ, ຕໍ່ສູ້, ເຮັດໃຫ້ບັນດາການກະທຳນຳໃຊ້ເຄືອຂ່າຍອິນເຕີເນັດ ທີ່ລ່ວງລະເມີດຄວາມສະຫລົບແຫ່ງຊາດ, ມ້າງທຳລາຍກຸ່ມ ກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ການຍຸແຍ່ການແຫ່ຂະບວນປະທ້ວງ ຂອງບັນດາກຳລັງທີ່ເປັນປໍລະປັກ ແລະ ປະຕິການປະລາໄຊ.

 (ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top