• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຂົ້າຮ່ວມກອງປະຊຸມສະຫລຸບ 10 ປີແຫ່ງວັນປະຕິບັດຍຸດທະສາດປົກປັກຮັກສາປະເທດຊາດ

ທ່ານປະທານປະເທດ ຫວໍວັນເຖືອງ ຕີລາຄາສູງນະຄອນ ໂຮ່ຈີມິນ ທີ່ໄດ້ສ້າງແຜນການກະທຳ, ສົມທົບໜ້າທີ່ປົກປັກຮັກສາປະເທດຊາດເຂົ້າໃນການສ້າງແຜນການພັດທະນາເສດຖະກິດ - ສັງຄົມຢ່າງແໜ້ນແຟ້ນ.
  ທ່ານປະທານປະເທດ ຫວໍວັນເຖືອງ ກ່າວຄຳເຫັນທີ່ກອງປະຊຸມ  

ຕອນເຊົ້າວັນທີ 10 ມີນາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຂົ້າຮ່ວມກອງປະຊຸມສະຫລຸບ 10 ປີແຫ່ງວັນປະຕິບັດມະຕິສູນກາງຄັ້ງທີ 8 ຊຸດທີ XI ກ່ຽວກັບຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ຫວໍວັນເຖືອງ ຕີລາຄາສູງນະຄອນ ໂຮ່ຈີມິນ ທີ່ໄດ້ສ້າງແຜນການກະທຳ, ສົມທົບໜ້າທີ່ປົກປັກຮັກສາປະເທດຊາດເຂົ້າໃນການສ້າງແຜນການພັດທະນາເສດຖະກິດ - ສັງຄົມຢ່າງແໜ້ນແຟ້ນ. ນະຄອນ ກໍ່ໄດ້ປະຕິບັດໜ້າທີ່ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ແກ້ໄຂວຽກເຮັດງານທຳ, ຮັບປະກັນຊີວິດສັງຄົມໄດ້ເປັນຢ່າງດີ. ໃນໄລຍະຈະມາເຖິງ, ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີໃຫ້ນະຄອນ ໂຮ່ຈີມິນ ສືບຕໍ່ຊາບຊຶມ, ປະຕິບັດມະຕິສູນກາງພັກຄັ້ງທີ 8 ຊຸດທີ XI ກ່ຽວກັບການປົກປັກຮັກສາປະເທດໃນສະພາບການໃຫມ່ຢ່າງມີປະສິດທິຜົນ, ສົມທົບກັບການປະຕິບັດມະຕິຂອງກົມການເມືອງ ກ່ຽວກັບທິດທາງການກໍ່ສ້າງ ແລະ ພັດທະນານະຄອນ ແຕ່ນີ້ຮອດປີ 2030 ແລະ ວິໄສທັດຮອດປີ 2045 ຢ່າງແໜ້ນແຟ້ນ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top