• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫວໍວັນເຖືອງ ໃຫ້ການຕ້ອນຮັບ ປະທານສະພາສູງລາຊະອານາຈັກ ແບນຊິກ

ຕອນບ່າຍວັນທີ 22 ສິງຫານີ້, ຢູ່ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານນາງປະທານສະພາສູງ ແບນຊິກ Stephanie D'Hose ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດີງເຫ້ວ.
ທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານນາງປະທານສະພາສູງ ແບນຊິກ Stephanie D'Hose

ກ່າວຄຳເຫັນທີ່ນີ້, ທ່ານປະທານປະເທດ  ຫວໍວັນເຖືອງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ແບນຊິກ, ປາດຖະໜາຢາກໃຫ້ການພົວພັນລະຫວ່າງ 2 ປະເທດນັບມື້ນັບພັດທະນາຢ່າງແຂງແຮງ; ສະເໜີໃຫ້ສອງປະເທດຊຸກຍູ້ການຮ່ວມມືໃນຂົງເຂດການສຶກສາ, ການລົງທຶນ, ການຄ້າ, ການຮັບມຶກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນເປັນດີຈີຕອນ, ເສດຖະກິດສີຂຽວ... ພິເສດແມ່ນສອງປະເທດຕ້ອງຍູ້ແຮງການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ, ພົວພັນແລກປ່ຽນໃນຂົງເຂດວັດທະນະທໍາ; ການຮ່ວມມືຢ່າງສະໜິດແໜ້ນໃນບັນຫາສາກົນ. ທ່ານປະທານປະເທດ ກໍ່ຮຽກຮ້ອງໃຫ້ ແບນຊິກ ສະໜັບສະໜູນຫຼັກໝັ້ນ ແລະ ທັດສະນະຂອງ ອາຊຽນ ແລະ ຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ, ໃນນັ້ນມີການຮັບປະກັນຄວາມປອດໄພ ແລະ ສິດເສລີໃນການເດີນທະເລ; ການບິນ, ແກ້ໄຂການຂັດແຍ່ງໂດຍສັນຕິວິທີຕາມກົດໝາຍສາກົນ.

ສ່ວນທ່ານນາງປະທານສະພາສູງແບນຊິກ Stephanie D'Hose ໃຫ້ຮູ້ວ່າ: ຄາດວ່າມີມະຕິສະບັບໜຶ່ງຈະໄດ້ຮັບການຮັບຮອງຈາກສະພາຕ່ຳແບນຊິກກ່ຽວກັບການໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຢູ່ຫວຽດນາມ. ທ່ານນາງ Stephanie D’Hose ປາດຖະໜາວ່າ. ເພື່ອແນໃສ່ສ້າງຄວາມສະດວກໃຫ້ແກ່ການເດີນທາງຂອງພົນລະເມືອງຂອງສອງປະເທດ ເພື່ອແນໃສ່ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ຮ່ວມມືດ້ານເສດຖະກິດ ແລະ ການຄ້າ, ພິເສດແມ່ນໃນຂົງເຂດການທ່ອງທ່ຽວ.

 

(ແຫຼ່ງຄັດຈາກ VOV)

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ຈຸດເດັ່ນຂອງ ຫວຽດນາມ ທີ່ CAEXPO ປີນີ້ແມ່ນຮ້ານວາງສະແດງລະດັບຊາດດ້ວຍຫົວຂໍ້ "ນະຄອນສວຍງາມ".

Top