ຂ່າວສານ
ປະທານປະເທດ ຫວໍວັນເຖືອງ ໃຫ້ການຕ້ອນຮັບຫົວໜ້າເສນາທິການໃຫຍ່, ຮອງລັດຖະມົນຕີກະຊວງບັນດາກຳລັງປະກອບອາວຸດ ປະຕິວັດ ກູບາ
ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ ຢືນຢັນວ່າ : ພັກ, ລັດ ແລະປະຊາຊົນຫວຽດນາມ ມີຄວາມພາກພູມໃຈ ຍ້ອນຄວາມສາມັກຄີແບບພິເສດ ແລະການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ກູບາ ໄດ້ພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ. ພິເສດ, ກະຊວງປ້ອງກັນປະເທດ 2 ປະເທດ ຍາມໃດກໍ່ຮັກສາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອບັນລຸໝາກຜົນການຮ່ວມມືແທດຈິງ ແລະ ມີປະສິດທິຜົນ. ເພື່ອແນໃສ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ທ່ານປະທານປະເທດຫວໍວັນເຖືອງ ສະເໜີໃຫ້ 2 ຝ່າຍຍູ້ແຮງການເຄື່ອນໄຫວພົວພັນແລກປ່ຽນ ແລະ ການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກະຊວງ ບັນດາກຳລັງປະກອບອາວຸດ ປະຕິວັດ ກູບາ. ໃນສະພາບການໂລກທີ່ສັບສົນ, ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດມີຄວາມໝາຍສຳຄັນ. ພັກ, ລັດຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂ ດີທີ່ສຸດ ເພື່ອໃຫ້ກະຊວງປ້ອງກັນປະເທດຫວຽດນາມ ສົມທົບ, ແບ່ງປັນ, ຮ່ວມມືກັບກະຊວງ ບັນດາກຳລັງປະກອບອາວຸດ ປະຕິວັດ ກູບາໃນບັນດາຂົງເຂດ ເຊິ່ງສອງຝ່າຍມີຄວາມສາມາດ, ແລະ ຕ້ອງການຮ່ວມມື.