• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫວໍວັນເຖືອງ ລົງພົບປະ ກັບຜູ້ມີສິດເລືອກຕັ້ງນະຄອນ ດ່າໜັງ

ຕອນບ່າຍວັນທີ 5 ທັນວາ, ຢູ່ນະຄອນດ່ານັງ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ຄະນະສະມາຊິກສະພາແຫ່ງຊາດນະຄອນ ດ່ານັງ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງນະຄອນດາໜັງ
ທ່ານປະທານ ຫວໍວັນເຖືອງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ
ໂດຍປະຕິບັດແຜນການພົບປະກັບຜູ້ມີສິດເລືອກຕັ້ງພາຍຫຼັງກອງປະຊຸມສະໄໝສາມັນຄັ້ງທີ 6 ຂອງສະພາແຫ່ງຊາດຫວຽດນາມຊຸດທີ 15, ຕອນບ່າຍວັນທີ 5 ທັນວາ, ຢູ່ນະຄອນດ່ານັງ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ຄະນະສະມາຊິກສະພາແຫ່ງຊາດນະຄອນ ດ່ານັງ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງນະຄອນ. ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ເນັ້ນໜັກວ່າ: ປີນີ້, GDP ຂອງ ຫວຽດນາມ ບັນລຸປະມານ 5%, ເຖິງວ່າບໍ່ບັນລຸໄດ້ຄາດໝາຍທີ່ວາງໄວ້ກໍຕາມ, ແຕ່ປະຊາຄົມໂລກຕີລາຄາວ່າ ຫວຽດນາມ ຍັງຄົງແມ່ນຈຸດພົ້ນເດັ່ນໃນສະພາບການເສດຖະກິດໂລກຍັງພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ບັນຫາການໜູນຊ່ວຍສັງຄົມຂອງຫວຽດນາມ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ ແລະ ຮັບປະກັນ. ພິເສດແມ່ນການເຄື່ອນໄຫວພົວພັນຕ່າງປະເທດໃນປີນີ້ແມ່ນຟົດຟື້ນ, ອຸດົມສົມບູນ, ແທດຈິງ ແລະ ມີປະສິດທິຜົນ. ຫວຽດນາມ ມີການພົວພັນທາງການທູດກັບ 193 ປະເທດ; ມີຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານກັບ 30 ປະເທດໃນໂລກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top