• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫວໍວັນເຖືອງ ຕ້ອນຮັບປະທານສະພາແຫ່ງຊາດ ອຳນາດການປົກຄອງປະຊາຊົນກຸບາ

ທ່ານປະທານປະເທດ ຫວໍວັນເຖືອງ, ຢັ້ງຢືນວ່າ ຫວຽດນາມ ຈົດຈຳ ແລະ ຮູ້ບຸນຄຸນການສະໜັບສະໜູນຂອງ ກຸບາ ໃນການຕໍ່ສູ້ຍາດເອົາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ, ກໍ່ຄືບັນດານ້ຳໃຈພິເສດຂອງການນຳ ກຸບາ Fidel Castro ທີ່ສະຫງວນໃຫ້ແກ່ ຫວຽດນາມ
ທ່ານ Esteban Lazo Hernandez, ປະທານສະພາແຫ່ງຊາດ ອຳນາດການປົກຄອງປະຊາຊົນ ກຸບາ ແລະ ທ່ານປະທານປະເທດ ຫວໍວັນເຖືອງ (ພາບ:Thống Nhất/TTXVN)

ໂດຍໄດ້ຮັບຄຳເຊີນຈາກການນຳພັກ ແລະ ລັດ ຫວຽດນາມ, ທ່ານ Esteban Lazo Hernandez, ປະທານສະພາແຫ່ງຊາດ ອຳນາດການປົກຄອງປະຊາຊົນ ກຸບາ ໄດ້ມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 24 – 28 ກັນຍາ. ຕອນເຊົ້າວັນທີ 25 ກັນຍາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ອຳນາດການປົກຄອງປະຊາຊົນ ກຸບາ Esteban Lazo Hernandez.

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ, ຢັ້ງຢືນວ່າ ຫວຽດນາມ ຈົດຈຳ ແລະ ຮູ້ບຸນຄຸນການສະໜັບສະໜູນຂອງ ກຸບາ ໃນການຕໍ່ສູ້ຍາດເອົາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ, ກໍ່ຄືບັນດານ້ຳໃຈພິເສດຂອງການນຳ ກຸບາ Fidel Castro ທີ່ສະຫງວນໃຫ້ແກ່ ຫວຽດນາມ. ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີໃຫ້ສອງປະເທດ ຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອເພີ່ມທະວີການພົວພັນຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ກຸບາ.

ສ່ວນທ່ານປະທານສະພາແຫ່ງຊາດ ອຳນາດການປົກຄອງປະຊາຊົນ ກຸບາ Esteban Lazo Hernandez ຢັ້ງຢືນວ່າ: ກຸບາ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກໃຫ້ການພົວພັນທີ່ເປັນມູນເຊື້ອແບບພິເສດ ແລະ ການຮ່ວມມືຮອບດ້ານກັບ ຫວຽດນາມ ໃຫ້ເລິກເຊິ່ງກ່ວາອີກ ເຊິ່ງແມ່ນການພົວພັນເປັນແບບຢ່າງໃນໂລກ…

ການນຳສອງປະເທດໄດ້ເປັນເອກະພາບກັນ, ຖືວ່າ: ເລື່ອງສອງປະເທດພ້ອມກັນຈັດການສະເຫຼີມສະຫຼອງບັນດາເຫດການປະຫວັດສາດ 50 ປີແຫ່ງການຢ້ຽມຢາມຂອງການນຳ ກຸບາ Fidel Castro ຢູ່ເຂດປົດປ່ອຍພາກໃຕ້ຂອງ ຫວຽດນາມ ແມ່ນການສະແດງໃຫ້ເຫັນຄວາມເຄົາລົບຕໍ່ບັນດາມໍລະດົກໂດຍປະທານ ໂຮ່ຈີມິນ, ການນຳ Fidel ແລະ ການນຳ, ປະຊາຊົນຫຼາຍລຸ້ນຄົນຂອງສອງປະເທດ ໄດ້ສ້າງຂຶ້ນໃຫ້ສາຍພົວພັນ ຫວຽດນາມ - ກຸບາ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ: ສືບຕໍ່ແກ້ໄຂຈຸດອຸດຕັນດ້ານລະບອບລະບຽບການ

ທ່ານເລຂາທິການໃຫຍ່ ໂຕເລິມ: ສືບຕໍ່ແກ້ໄຂຈຸດອຸດຕັນດ້ານລະບອບລະບຽບການ

(VOVWORLD) - ການປະຕິບັດມະຕິເລກທີ 66 ໃນໄລຍະຜ່ານມາ ໄດ້ມີບາດກ້າວຫັນປ່ຽນຢ່າງເຫັນໄດ້ຊັດໃນການສ້າງ, ເຮັດສຳເລັດລະບອບລະບຽບການ, ກົດໝາຍໃຫ້ສົມບູນ, ຕອບສະໜອງຄວາມຮຽກຮ້ອງພັດທະນາປະເທດຊາດ, ແຕ່ນີ້ພຽງແຕ່ແມ່ນໝາກຜົນໃນເບື້ອງຕົ້ນ.

Top