ປີ 2025, ໃນພາບສັງລວມດ້ານການຕ່າງປະເທດທີ່ຟົດຟື້ນ ແລະ ຮອບດ້ານ ຂອງ ຫວຽດນາມ, ວຽກງານຕ່າງປະເທດປ້ອງກັນຊາດ ສືບຕໍ່ຢັ້ງຢືນບົດບາດແມ່ນເສົາຄ້ຳສຳຄັນ, ໄດ້ຮັບການຜັນຂະຫຍາຍບົນຫຼັກການທັງຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ມີສະຖຽນລະພາບຢ່າງໝັ້ນແກ່ນ ເພື່ອໃຫ້ປະເທດຊາດພັດທະນາ, ທັງເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ພ້ອມທັງສ້າງສັນຕິພາບ, ຍົກສູງຖານະບົດບາດ ຫວຽດນາມ ບົນເວທີສາກົນ.
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ພ້ອມກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ ຄັ້ງທີ 19 (ພາບ: qdnd.vn)
ໃນພາບການສັງລວມດ້ານການຕ່າງປະເທດປີ 2025, ການຕ່າງປະເທດດ້ານການປ້ອງກັນຊາດໄດ້ປະກອບສ່ວນສົ່ງສານສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ.
ຂີດໝາຍໃນຂົງເຂດຂອງການພົວພັນສອງຝ່າຍ ແລະ ຫຼາຍຝ່າຍ
ປີ 2025, ບັນດາການເຄື່ອນໄຫວສົນທະນາຍຸດທະສາດ ແລະ ການສົນທະນາດ້ານນະໂຍບາຍປ້ອງກັນຊາດ ລະຫວ່າງ ຫວຽດນາມ ກັບບັນດາປະເທດຄູ່ຮ່ວມມື, ເພື່ອນມິດທີ່ເປັນມູນເຊື້ອ, ຮັບປະກັນລັກສະນະຕໍ່ເນື່ອງ ແລະ ເປັນປົກກະຕິ. ສິ່ງທີ່ເປັນໜ້າສົນໃຈແມ່ນ ມີຫຼາຍການສົນທະນາ ບໍ່ພຽງແຕ່ຢຸດຢູ່ການແລກປ່ຽນທັດສະນະເທົ່ານັ້ນ ຫາກຍັງຕິດພັນກັບແຜນການຮ່ວມມືໄລຍະກາງ, ສະແດງໃຫ້ເຫັນທ່າອ່ຽງເຂົ້າສູ່ລວງເລິກ, ແທ້ຈິງ ແລະ ຍືນຍົງອີກດ້ວຍ.
ໄປຄຽງຄູ່ກັນນັ້ນ, ບັນດາການເຄື່ອນໄຫວພົບປະແລກປ່ຽນເຂດຊາຍແດນດ້ານປ້ອງກັນຊາດແມ່ນຈຸດພົ້ນເດັ່ນສຳຄັນ, ພົ້ນເດັ່ນແມ່ນການພົວປະແລກປ່ຽນມິດຕະພາບການປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 9 (ເດືອນເມສາ 2025), ການພົບປະແລກປ່ຽນມິດຕະພາບການປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ກຳປູເຈຍ ຄັ້ງທີ 2 (ເດືອນພະຈິກ 2025)… ບັນດາໂຄງການແລກປ່ຽນມິດຕະພາບດ້ານປ້ອງກັນຊາດໄດ້ປັບປຸງນ້ຳໃຈສາມັກຄີຖານບ້ານໃກ້ເຮືອນຄຽງຢ່າງໝັ້ນແກ່ນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ຄວາມສະໜິດແໜ້ນລະຫວ່າງ ກອງທັບ ແລະ ປະຊາຊົນ ຫວຽດນາມ ກັບກອງທັບ ແລະ ປະຊາຊົນ ບັນດາປະເທດບ້ານໃກ້ເຮືອນຄຽງ. ທ່ານພົນຈັດຕະວາ ຫງວຽນຮົ່ງກວັນ, ອະດີດຮອງຫົວໜ້າວິທະຍາຄານຍຸດທະສາດການປ້ອງກັນຊາດ ຖືວ່າ:
ບັນດາຮູບແບບທີ່ມີໄຫວພິບນັ້ນໄດ້ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ພ້ອມທັງເພີ່ມທະວີຄວາມຮັບຮູ້ດ້ານປ້ອງກັນຊາດຂອງພໍ່ແມ່ປະຊາຊົນ, ພະນັກງານ, ນັກຮົບເຂດຊາຍແດນ. ໄປຄຽງຄູ່ກັນນັ້ນ, ຢູ່ທະເລກໍ່ມີບັນດາຮູບແບບພົບປະແລກປ່ຽນ, ຄືການລາດຕະເວນຂອງກອງທັບເຮືອ ລວມກັບ ຈີນ, ໄທ, ກຳປູເຈຍ. ທຸກການເຄື່ອນໄຫວດັ່ງກ່າວມີຄວາມໝາຍຢ່າງແທ້ຈິງໃນການປົກປັກຮັກສາຄວາມໝັ້ນຄົງເຂດຊາຍແດນ, ບົນຈິດໃຈຂອງ ຫວຽດນາມ ເປັນເຈົ້າຕົວເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີການຮ່ວມມືຢ່າງມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ.
ໃນການພົວພັນຫຼາຍຝ່າຍ, ບັນດາກົນໄກຮ່ວມມືພາກພື້ນຄື: ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ (ADM) ແລະ ກອງປະຊຸມປ້ອງກັນປະເທດ ອາຊຽນ ເປີດກວ້າງ (ADMM+), ເວທີປາໄສ Shangri-La… ແມ່ນສະຖານທີ່ເພື່ອໃຫ້ ຫວຽດນາມ ແບ່ງປັນທັດສະນະສະເໝີຕົ້ນສະເໝີປາຍ: ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ພ້ອມທັງເນັ້ນໜັກການຮ່ວມມືຢ່າງແທ້ຈິງໃນບັນດາຂົງເຂດຄວາມໝັ້ນຄົງແບບໃໝ່ຄື: ໄພທຳມະຊາດ, ກູ້ໄພກູ້ຊີບ, ຄວາມປອດໄພທາງໄຊເບີ, ການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມໝັ້ນຄົງທາງທະເລ.
ຢູ່ໃນຂົງເຂດມະນຸດສະທຳ, ບັນດາໂຄງການແກ້ໄຂຜົນຕາມມາຈາກສົງຄາມສືບຕໍ່ມີການເຂົ້າຮ່ວມຂອງຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ, ເປັນຕົ້ນແມ່ນອາເມລິກາ. ພົ້ນເດັ່ນແມ່ນ ໃນເດືອນ ກັນຍາ 2025, ອາເມລິກາ ໄດ້ມອບດິນກວ່າ 6 ເຮັກຕາ ທີ່ໄດ້ຮັບການຈຳກັດ ໄດໂອຊິນ ພາຍຫຼັງປະຕິບັດຢູ່ເຂດສະໜາມບິນ ບຽນຮວ່າ, ນະຄອນໂຮ່ຈີມິນ ມາເປັນ 06 ປີ. ທ່ານ Marc Evans Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ຢູ່ພິທີມອບຮັບ ໄດ້ຢັ້ງຢືນວ່າ:
ບັນດາເຫດການມື້ນີ້ແມ່ນສິ່ງພິສູດຢ່າງຈະແຈ້ງທີ່ສຸດກ່ຽວກັບຄຳໝັ້ນສັນຍາຂອງ ອາເມລິກາ ຕໍ່ ຫວຽດນາມ ໃນການແກ້ໄຂຜົນຕາມມາຈາກສົງຄາມ. ພວກຂ້າພະເຈົ້າຈະບໍ່ຫຼົງລືມການໜູນຊ່ວຍຂອງ ຫວຽດນາມໃນການຊອກຫາອັດຖິຂອງນາຍທະຫານ ອາເມລິກາ ທີ່ຫາຍສາບສູນໃນສົງຄາມ. ເພາະສະນັ້ນ, ອາເມລິກາ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ເພື່ອປະຕິບັດບັນດາການເຄື່ອນໄຫວໜູນຊ່ວຍ ຫວຽດນາມກ່ຽວກັບເຕັກໂນໂລຢີ ເພື່ອໃຫ້ ຫວຽດນາມ ຊອກຫາອັດຖິທະຫານ ຫວຽດນາມ ຢ່າງມີປະສິດທິຜົນ. ທຸກໆສິ່ງນີ້ລ້ວນແຕ່ສະແດງໃຫ້ເຫັນນ້ຳໃຈມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງປະເທດ ແລະ ແມ່ນພື້ນຖານເພື່ອໃຫ້ພວກເຮົາສືບຕໍ່ຜັນຂະຫຍາຍໃນໄລຍະຈະມາເຖິງ.
ສ້າງພື້ນຖານອັນໝັ້ນແກ່ນເພື່ອໃຫ້ປະເທດຊາດພັດທະນາ
ໂດຍກ້າວເຂົ້າສູ່ໄລຍະໃໝ່, ໜ້າທີ່ລຸລ່ວງຂອງວຽກງານຕ່າງປະເທດດ້ານປ້ອງກັນຊາດແມ່ນສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະ ຜັນຂະຫຍາຍ, ຫັນການພົວພັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ຢຶດໝັ້ນຕໍ່ນະໂຍບາຍປ້ອງກັນປະເທດ “4 ບໍ່”. ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງຄຳຮຽກຮ້ອງຕ້ອງການຢູ່ ກອງປະຊຸມໃຫຍ່ ຄະນະພັກການທະຫານ ອາຍຸການ 2025 – 2030 ວ່າ:
ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ ແລະ ການຕ່າງປະເທດດ້ານປ້ອງກັນຊາດ, ໃນຂອບເຂດພົວພັນສອງຝ່າຍ ແລະ ຫຼາຍຝ່າຍ: ແກ້ໄຂການພົວພັນ, ຮ່ວມມືດ້ານປ້ອງກັນຊາດ ກັບບັນດາປະເທດ ຢ່າງກົມກຽວ, ສົມເຫດສົມຜົນ. ເປົ້າໝາຍຂອງພວກເຮົາຕ້ອງຮັກສາທ່າສົມດຸນດ້ານຍຸດທະສາດໃນການພົວພັນຕ່າງປະເທດ ເວົ້າລວມ, ໃນການຕ່າງປະເທດດ້ານປ້ອງກັນຊາດ ເວົ້າສະເພາະ, ປະກອບສ່ວນສ້າງ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ມີສະຖຽນລະພາບ, ປົກປັກຮັກສາປະເທດຊາດ ແຕ່ໄວ ແຕ່ໄກ.
ໃນກະແສເຊື່ອມໂຍງ, ບັນດາບາດກ້າວເດີນເປັນເຈົ້າການ, ໝັ້ນແກ່ນ ແລະ ມີຄວາມຮັບຜິດຊອບຂອງບັນດາການເຄື່ອນໄຫວດ້ານປ້ອງກັນປະເທດ ໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາປະເທດ ແຕ່ໄວ ແຕ່ໄກ, ສ້າງຄວາມໄວ້ເນື້ອເຊື່ອໃຈດ້າຍຍຸດທະສາດ, ຍົກສູງຖານະບົດບາດ, ອິດທິພົນຊື່ສຽງສາກົນ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ມິດຕະພາບ ເພື່ອພັດທະນາປະເທດຊາດ.