• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ ເພີ່ມ​ 5 ປະ​ເທດ​ເຂົ້າ​ໃນ​ບັນ​ຊີ​ເກືອດ​ຫ້າມ​ພົນ​ລະ​ເມືອງ​ເຂົ້າ​ເມືອງ

ວັນທີ 16 ທັນວາ, ທ່ານປະທານາທິບໍດີ Donald Trump ໄດ້ມີແຈ້ງການເປີດກວ້າງບັນຊີລາຍຊື່ບັນດາປະເທດທີ່ມີພົນລະເມືອງຖືກຫ້າມເຂົ້າເມືອງ ອາເມລິກາ, ເພີ່ມຕື່ມປະເທດ ບວັກກີນາ ຟາໂຊ, ມາລີ, ນີເຊ, ຊູດັງໃຕ້ ແລະ ຊີຣີ.
ອາເມລິກາ ເພີ່ມ 5 ປະເທດເຂົ້າໃນບັນຊີເກືອດຫ້າມພົນລະເມືອງເຂົ້າເມືອງ (ພາບ: TTXVN)

ວັນທີ 16 ທັນວາ, ທ່ານປະທານາທິບໍດີ ອາເມລິກາ Donald Trump  ໄດ້ລົງເຊັນແຈ້ງການສືບຕໍ່ຮັດແໜ້ນ ແລະ ຈຳກັດການເຂົ້າເມືອງ ອາເມລິກາ ຂອງພົນລະເມືອງຕ່າງປະເທດ, ໂດຍເພີ່ມເຕີບ 5 ປະເທດເຂົ້າໃນບັນຊີລາຍຊື່ເກືອດຫ້າມການໄປມາ ແລະ ຈັດວາງບັນດາຂໍ້ຈຳກັດໃໝ່ສຳລັບປະເທດຈຳນວນໜຶ່ງ. ການກະທຳດັ່ງກ່າວແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມທີ່ພວມດຳເນີນ ແນໃສ່ຮັດແໜ້ນບັນດາມາດຕະຖານເຂົ້າເມືອງຂອງ ອາເມລິກາ ສຳລັບການໄປມາ ແລະ ເຂົ້າຕັ້ງຖິ່ນຖານ.

        ເດືອນມິຖຸນາຜ່ານມາ, ທ່ານປະທານາທິບໍດີ ອາເມລິກາ Donald Trump  ໄດ້ອອກແຈ້ງການທີ່ວ່າ ພົນລະເມືອງຂອງ 12 ປະເທດ ຈະຖືກຫ້າມເຂົ້າເມືອງ ອາເມລິກາ, ໃນຂະນະທີ່ ມີພົນລະເມືອງຈາກ 7 ປະເທດອື່ນ ຈະຕ້ອງປະເຊີນໜ້າກັບຂໍ້ຈຳກັດຕ່າງໆ. ຂໍ້ຕົກລົງດັ່ງກ່າວ ໄດ້ຟື້ນຟູນະໂຍບາຍໜຶ່ງທີ່ມີລັກສະນະເປັນຂີດໝາຍໃນອາຍຸການທຳອິດຂອງທ່ານ.

        ວັນທີ 16 ທັນວາ, ທ່ານປະທານາທິບໍດີ Donald Trump  ໄດ້ມີແຈ້ງການເປີດກວ້າງບັນຊີລາຍຊື່ບັນດາປະເທດທີ່ມີພົນລະເມືອງຖືກຫ້າມເຂົ້າເມືອງ ອາເມລິກາ,   ເພີ່ມຕື່ມປະເທດ ບວັກກີນາ ຟາໂຊ, ມາລີ, ນີເຊ, ຊູດັງໃຕ້ ແລະ ຊີຣີ. ອາເມລິກາ ກໍຈັດວາງຂໍ້ຈຳກັດຢ່າງສິ້ນເຊີງສຳລັບການໄປມາຂອງຜູ້ນຳໃຊ້ໜັງສືຜ່ານແດນໂດຍອຳນາດການປົກຄອງ ປາແລັດສະຕິນ ສະໜອງ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ: ສືບຕໍ່ແກ້ໄຂຈຸດອຸດຕັນດ້ານລະບອບລະບຽບການ

ທ່ານເລຂາທິການໃຫຍ່ ໂຕເລິມ: ສືບຕໍ່ແກ້ໄຂຈຸດອຸດຕັນດ້ານລະບອບລະບຽບການ

(VOVWORLD) - ການປະຕິບັດມະຕິເລກທີ 66 ໃນໄລຍະຜ່ານມາ ໄດ້ມີບາດກ້າວຫັນປ່ຽນຢ່າງເຫັນໄດ້ຊັດໃນການສ້າງ, ເຮັດສຳເລັດລະບອບລະບຽບການ, ກົດໝາຍໃຫ້ສົມບູນ, ຕອບສະໜອງຄວາມຮຽກຮ້ອງພັດທະນາປະເທດຊາດ, ແຕ່ນີ້ພຽງແຕ່ແມ່ນໝາກຜົນໃນເບື້ອງຕົ້ນ.

Top