• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກປະພັນວັນນະຄະດີ ຫວຽດນາມ 2 ທ່ານໄດ້ຮັບລາງວັນ ວັນນະຄະດີ ອາຊີຕາເວັນອອກສ່ຽງໃຕ້ 2024 – 2025

ນັກປະພັນວັນນະຄະດີ ຫງວຽນທາມທຽນເກ໊ ໄດ້ຮັບລາງວັນ ວັນນະຄະດີອາຊີຕາເວັນອອກສ່ຽງໃຕ້ ດ້ວຍເລື່ອງເສັ້ນ “ລະດູແລ້ງຢູ່ໃຕ້ຮົ່ມຕົ້ມໄມ້”, ນັກປະພັນວັນນະຄະດີ ນາງ ຟ້າມທິຊວັນບານ ເປັນກຽດຮັບລາງວັນດ້ວຍເລື່ອງສັ້ນ “ຢູ່ປາຍຟ້າ”.
(ທີ່ພິທີມອບລາງວັນ)

ນັກປະພັນວັນນະຄະດີ ຫວຽດນາມ 2 ທ່ານແມ່ນ ທ່ານ ຫງວຽນທາມທຽນເກ໊ ແລະ ທ່ານນາງ ຟ້າມທິຊວັນບານ (ອີບານ) ໄດ້ຮັບການເຊີດຊູທີ່ພິທີມອບລາງວັນ ວັນນະຄະດີ ອາຊີຕາເວັນອອກສ່ຽງໃຕ້ (SEA Write Award)  2024 –2025 ທີ່ຈັດຂຶ້ນໃນຕອນຄ່ຳວັນທີ 16 ທັນວາ, ຢູ່ນະຄອນຫຼວງ ບາງກອກ, ໄທ. ເຫດການມີການເຂົ້າຮ່ວມຂອງນັກວັນນະຄະດີ, ນັກກະວີມາຈາກ 8 ປະເທດ ອາຊຽນ.

        ນັກປະພັນວັນນະຄະດີ  ຫງວຽນທາມທຽນເກ໊ ໄດ້ຮັບລາງວັນ ວັນນະຄະດີອາຊີຕາເວັນອອກສ່ຽງໃຕ້ ດ້ວຍເລື່ອງເສັ້ນ “ລະດູແລ້ງຢູ່ໃຕ້ຮົ່ມຕົ້ມໄມ້”, ນັກປະພັນວັນນະຄະດີ ນາງ ຟ້າມທິຊວັນບານ ເປັນກຽດຮັບລາງວັນດ້ວຍເລື່ອງສັ້ນ “ຢູ່ປາຍຟ້າ”.

        ນັກປະພັນວັນນະຄະດີ ຫງວຽນທາມທຽນເກ໊ ແມ່ນໜຶ່ງໃນຈຳນວນນັກວັນນະຄະດີ ຫວຽດນາມ ທີ່ໄດ້ຮັບການເຊີດຊູທີ່ພິທີມອບລາງວັນ SEA Write Award  2024 –2025, ໃຫ້ຮູ້ວ່າ:

        “ວັນນະຄະດີ ຫວຽດນາມ ແມ່ນໜຶ່ງໃນບັນດາພື້ຶ້ນຖານວັນນະຄະດີທີ່ເຂັ້ມແຂງຂອງກຸ່ມ, ມີຄວາມສະໜິດຕິດພັນຢ່າງໜັກແໜ້ນກັບການດຳລົງຊີວິດ. ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ນີ້ແມ່ນລາງວັນວັນນະຄະດີສູງທີ່ສຸດ. ສະມາຄົມນັກວັນນະຄະດີ ຫວຽດນາມ ໄດ້ມີການເລືອກເອົາບັນດາບົດປະພັນສົ່ງເຂົ້າຮ່ວມການເສັງໄດ້ເປັນຢ່າງດີ ແລະ ຍາມໃດກໍໄດ້ຮັບການຕີລາຄາສູງ.”

(ແຫຼ່ງຄັດຈາກ VOV)

SEA Games 33: ຄະນະນັກກິລາ ຫວຽດນາມ ຕັ້ງຄວາມຫວັງຄວ້າໄດ້ຫຼາຍຫຼຽນຄຳໃນປະເພດກິລາຕີມວຍໃນມື້ແຂ່ງຂັນທີ 8

SEA Games 33: ຄະນະນັກກິລາ ຫວຽດນາມ ຕັ້ງຄວາມຫວັງຄວ້າໄດ້ຫຼາຍຫຼຽນຄຳໃນປະເພດກິລາຕີມວຍໃນມື້ແຂ່ງຂັນທີ 8

ພາຍຫຼັງແຂ່ງຂັນເປັນ 7 ມື້, ຄະນະນັກກິລາ ຫວຽດນາມ ຄວ້າໄດ້ 48 ຫຼຽນຄຳ: 54 ຫຼຽນເງິນ ແລະ 76 ຫຼຽນທອງ, ສືບຕໍ່ຈັດໃນ top 3 ຂອງຕາຕະລາງຫຼຽນຢູ່ SEA Games 33.

Top