• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

SEA Games 33: ຄະ​ນະ​ນັກ​ກິ​ລາ ຫວຽດ​ໜາມ ​ຕັ້ງ​ຄວາມ​ຫວັງ​ຄ້​ວາ​ໄດ້ຫຼຽນ​ຄຳ​ຈາກ​ບັນ​ດາ​ປະ​ເພດ​ກິ​ລາ​ທີ່​ມີທ່າ​ແຮງ

ພາຍຫຼັງວັນແຂ່ງຂັນທີ 6, ຄະນະນັກກິລາ ຫວຽດນາມ ສືບຕໍ່ຮັກສາອັນດັບທີ 3 ໃນຕາຕະລາງສະຫຼຸບຫຼຽນດ້ວຍຫຼຽນຄຳ 40 ຫຼຽນ, ຫຼຽນເງິນ 47 ຫຼຽນ, ຫຼຽນທອງ 70 ຫຼຽນ.
(ພາບປະກອບ: nhandan.vn)

ວັນທີ 16 ທັນວາ, ບັນດານັກກິລາ ຫວຽດນາມ ຈະສືບຕໍ່ແຂ່ງຂັນກິລາຫຼາຍປະເພດຢູ່ SEA Games 33 ດ້ວຍຄວາມຫວັງຄ້ວາໄດ້ຫຼາຍຫຼຽນຄຳຕື່ມອີກ. ພົ້ນເດັ່ນຂຶ້ນແມ່ນປະເພດແລ່ນ ແລະ ລານດ້ວຍ 9 ຊຸດຫຼຽນທີ່ໄດ້ຮັບໃນວັນທີ 16 ທັນວານີ້. ນອກຈາກນັ້ນ, ຄາດວ່າຄະນະນັກກິລາ ຫວຽດນາມ ຈະສາມາດຄ້ວາໄດ້ຫຼຽນຄຳໃນກິລາປະເພດ: rowing, Esport, kickboxing, ເຕະກະຕໍ້, ຍົກນ້ຳໜັກ ຕີດາບ….

 ກ່ອນໜ້ານັ້ນ, Wushu ແລະ ແລ່ນ ແລະ ລານ ແມ່ນ 2 ປະເພດກິລາທີ່ໄດ້ນຳມາ 5 ຫຼຽນຄຳໃຫ້ແກ່ຄະນະນັກກິລາ ຫວຽດນາມ ໃນການແຂ່ງຂັນວັນທີ 15 ທັນວາ.

  ພາຍຫຼັງວັນແຂ່ງຂັນທີ 6, ຄະນະນັກກິລາ ຫວຽດນາມ ສືບຕໍ່ຮັກສາອັນດັບທີ 3 ໃນຕາຕະລາງສະຫຼຸບຫຼຽນດ້ວຍຫຼຽນຄຳ 40 ຫຼຽນ, ຫຼຽນເງິນ 47 ຫຼຽນ, ຫຼຽນທອງ 70 ຫຼຽນ.

(ແຫຼ່ງຄັດຈາກ VOV)

ກາເຟ Arabica ​ຊ່ວຍໃຫ້ເສດຖະກິດຂອງ ຈ່ຽງອານ ເຕີບ​ໂຕ

ກາເຟ Arabica ​ຊ່ວຍໃຫ້ເສດຖະກິດຂອງ ຈ່ຽງອານ ເຕີບ​ໂຕ

ຕາແສງຈ່ຽງອານ, ແຂວງເຊີນລາ ພວມກາຍເປັນສູນຂອງຕົ້ນກາເຟ Arabicaຄຸນນະພາບສູງ. ບັນດາໄຮ່ກາເຟຢູ່ຕາມເນີນພູໄດ້ເປີດທິດທຳມາຫາກິນໃໝ່, ຊ່ວຍໃຫ້ຫຼາຍຄອບຄົວຢູ່ຈ່ຽງອານ ຫຼຸດພົ້ນອອກຈາກຄວາມທຸກຍາກ, ບືນຕົວຂຶ້ນສ້າງຄວາມຮັ່ງມີ. ປີ 2025, ຈ່ຽງອານ ໄດ້ຍູ້ແຮງການປູກກາເຟແນວພັນ Arabica ທີ່ໃຫ້ປະສິດທິພາບສູງ, ດ້ວຍເຕັກນິກປູກຝັງທີ່ທັນສະໄໝ ແລະ ຮູບແບບເສດຖະກິດຮ່ວມມື.

Top