
ກ່ອນທີ່ສິ້ນສຸດການຢ້ຽມຢາມ, ຕອນເຊົ້າວັນທີ 22/12, ຢູ່ນະຄອນຫຼວງ ພະນົມເປັນ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມີການພົບປະກັບວິສາຫະກິດຫວຽດນາມ ແລະ ວິສາຫະກິດຊາວກຳປູເຈຍເຊື້ອຊາດຫວຽດນາມ ທີ່ພວມລົງທຶນ ແລະ ດຳເນີນທຸລະກິດຢູ່ ກຳປູເຈຍ
ເນື່ອງໃນໂອກາດການຢ້ຽມຢາມ ທາງລັດຖະກິດຢູ່ ລາຊະອານາຈັກ ກຳປູເຈຍ ຂອງ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ໃນລະຫວ່າງວັນທີ 21 ຫາ 22 ທັນວາ, 2 ຝ່າຍໄດ້ວາງອອກ ຖະແຫຼງການຮ່ວມ ຫວຽດນາມ - ກຳປູເຈຍ.ຖະແຫຼງການຮ່ວມໄດ້ຢັ້ງຢືນວ່າການຢ້ຽມຢາມແມ່ນເຫດການເປີດສາກໃຫ້ “ປີມິດຕະພາບ ຫວຽດນາມ - ກຳປູເຈຍ, ກຳປູເຈຍ - ຫວຽດນາມ 2022”. ເພື່ອມຸ່ງໄປສູ່ຂິີດໝາຍສຳຄັນນີ້, 2 ຝ່າຍເຫັນດີເປັນເອກະພາບເພີ່ມທະວີການພົບປະຜູ້ແທນຂັ້ນສູງ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ສົ່ງເສີມການເຄື່ອນໄຫວພົວພັນແລກປ່ຽນລະຫວ່າງປະຊາຊົນ, ເພີ່ມທະວີການໂຄສະນາ, ສຶກສາໃຫ້ປະຊາຊົນກ່ຽວກັບມູນເຊື້ອສາມັກຄີ, ມິດຕະພາບ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງ 2 ຊາດ.
2 ຝ່າຍເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືທ່າງດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຍົກສູງປະສິດທິຜົນວຽກງານຄຸ້ມຄອງ, ປ້ອງກັນຊາຍແດນ; ສືບຕໍ່ພະຍາຍາມສົມທົບກັນຊອກຫາ, ຂຸດຄົ້ນ, ສົ່ງອັດຖິທະຫານອາສາສະມັກ ແລະ ນັກຊຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ກຳປູເຈຍ ກັບຄືນປະເທດ. 2 ຝ່າຍກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການສົມທົບກັນຮັບມືກັບຜົນກະທົບທາງດ້ານການແພດ, ເສດຖະກິດ ແລະ ສັງຄົມຈາກໂລກລະບາດໂຄວິດ - 19. ຊຸກຍູ້ການແລກປ່ຽນມຸ່ງໄປເຖິງການຮັບຮອງເຊິ່ງກັນ ແລະ ກັນກ່ຽວກັບໜັງສືຜ່ານແດນວັກຊິນ/ໃບຢັ້ງຢືນສັກວັກຊິນກັນໂຄວິດ - 19.
2 ຝ່າຍໄດ້ເນັ້ນໜັກເຖິງຫຼັກໝັ້ນລວມຂອງ ອາຊຽນ ກ່ຽວກັບຄວາມສຳຄັນຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ຊຸກຍູ້ການເຈລະຈາ ແລະ ການສ້າງຄວາມໄວ້ເນື້ອເຊື່ອໃຈ, ປະຕິບັດກົດໝາຍສາກົນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ.
(ແຫຼ່ງຄັດຈາກ VOV)