ຂ່າວສານ

ປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສິ້ນສຸດການຢ້ຽມຢາມ ທາງລັດຖະກິດ ຢູ່ ກຳປູເຈຍ ຢ່າງດີງາມ

      ຕອນບ່າຍວັນທີ 22 ທັນວາ, ຕາມເວລາຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງມາຮອດນະຄອນຫຼວງ ຮ່າໂນ້ຍ ສິ້ນສຸດການຢ້ຽມຢາມ ທາງລັດຖະກິດ ຢູ່ ກຳປູເຈຍ ຢ່າງດີງາມ ຕາມຄຳເຊື້ອເຊີນຂອງກະສັດ ກຳປູເຈຍ Preah Bat Samdech Preah Boromneath Norodom Sihamoni
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ເປັນສັກຂີພິຍານການແລກປ່ຽນເອກະສານຮ່ວມມື ລະຫວ່າງສອງປະເທດ (ພາບ: TTXVN)
      ກ່ອນທີ່ສິ້ນສຸດການຢ້ຽມຢາມ, ຕອນເຊົ້າວັນທີ 22/12, ຢູ່ນະຄອນຫຼວງ ພະນົມເປັນ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມີການພົບປະກັບວິສາຫະກິດຫວຽດນາມ ແລະ ວິສາຫະກິດຊາວກຳປູເຈຍເຊື້ອຊາດຫວຽດນາມ ທີ່ພວມລົງທຶນ ແລະ ດຳເນີນທຸລະກິດຢູ່ ກຳປູເຈຍ
    ເນື່ອງໃນໂອກາດການຢ້ຽມຢາມ ທາງລັດຖະກິດຢູ່ ລາຊະອານາຈັກ ກຳປູເຈຍ ຂອງ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ໃນລະຫວ່າງວັນທີ 21 ຫາ 22 ທັນວາ, 2 ຝ່າຍໄດ້ວາງອອກ ຖະແຫຼງການຮ່ວມ ຫວຽດນາມ - ກຳປູເຈຍ.
       ຖະແຫຼງການຮ່ວມໄດ້ຢັ້ງຢືນວ່າການຢ້ຽມຢາມແມ່ນເຫດການເປີດສາກໃຫ້ “ປີມິດຕະພາບ ຫວຽດນາມ - ກຳປູເຈຍ, ກຳປູເຈຍ - ຫວຽດນາມ 2022”. ເພື່ອມຸ່ງໄປສູ່ຂິີດໝາຍສຳຄັນນີ້, 2 ຝ່າຍເຫັນດີເປັນເອກະພາບເພີ່ມທະວີການພົບປະຜູ້ແທນຂັ້ນສູງ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ສົ່ງເສີມການເຄື່ອນໄຫວພົວພັນແລກປ່ຽນລະຫວ່າງປະຊາຊົນ, ເພີ່ມທະວີການໂຄສະນາ, ສຶກສາໃຫ້ປະຊາຊົນກ່ຽວກັບມູນເຊື້ອສາມັກຄີ, ມິດຕະພາບ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງ 2 ຊາດ.
      2 ຝ່າຍເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືທ່າງດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຍົກສູງປະສິດທິຜົນວຽກງານຄຸ້ມຄອງ, ປ້ອງກັນຊາຍແດນ; ສືບຕໍ່ພະຍາຍາມສົມທົບກັນຊອກຫາ, ຂຸດຄົ້ນ, ສົ່ງອັດຖິທະຫານອາສາສະມັກ ແລະ ນັກຊຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ກຳປູເຈຍ ກັບຄືນປະເທດ. 2 ຝ່າຍກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການສົມທົບກັນຮັບມືກັບຜົນກະທົບທາງດ້ານການແພດ, ເສດຖະກິດ ແລະ ສັງຄົມຈາກໂລກລະບາດໂຄວິດ - 19. ຊຸກຍູ້ການແລກປ່ຽນມຸ່ງໄປເຖິງການຮັບຮອງເຊິ່ງກັນ ແລະ ກັນກ່ຽວກັບໜັງສືຜ່ານແດນວັກຊິນ/ໃບຢັ້ງຢືນສັກວັກຊິນກັນໂຄວິດ - 19.
      2 ຝ່າຍໄດ້ເນັ້ນໜັກເຖິງຫຼັກໝັ້ນລວມຂອງ ອາຊຽນ ກ່ຽວກັບຄວາມສຳຄັນຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ຊຸກຍູ້ການເຈລະຈາ ແລະ ການສ້າງຄວາມໄວ້ເນື້ອເຊື່ອໃຈ, ປະຕິບັດກົດໝາຍສາກົນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ.
 (ແຫຼ່ງຄັດຈາກ VOV)


top