• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫງວຽນຊວັນຟຸກ ໄປກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢູ່ ດ່ານັ້ງ

      ຕອນເຊົ້າວັນທີ 30 ເມສາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະປະຕິບັດງານໄດ້ໄປຢ້ຽມຢາມ ແລະ ກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໂຮງໝໍປອດ ດ່ານັ້ງ
(ທ່ານປະທານປະເທດ ຫງວຽນຊວັນຟຸກ ກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19,
ປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໂຮງໝໍປອດ ດ່ານັ້ງ)
      ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ກະຊວງສາທານະລະສຸກຫວຽດນາມ, ນະຄອນດ່ານັ້ງ ຕ້ອງສຸມໃສ່ສະກັດກັ້ນໂລກລະບາດດ້ວຍຈິດໃຈສູງທ່ີສຸດ, ຄວບຄຸມຜູ້ເຂົ້າເມືອງຢ່າງແໜ້ນແຟ້ນ. ຖ້າຫາກກວດພົບກໍລະນີຖືກສົງໄສວ່າຕິດເຊື້ອພະຍາດ ຕ້ອງຮີບເຮັ່ງຕາມຫາ, ເອົາຕົວຢ່າງ ແຍກຕົວເຂດເພື່ອຕ້ານການແຜ່ລະບາດ, ກຽມພ້ອມເລື່ອງເປັນເຈົ້າການກັບທຸກສະພາບການສະກັດກັ້ນໂລກລະບາດຄືໃນໄລຍະຜ່ານມາເຊິ່ງພວກເຮົາໄດ້ປະຕິບັດເປັນຢ່າງດີ.
        “ພວກເຮົາຕ້ອງຍົກສູງຈິດໃຈໜ້າທີ່ຄວາມຮັບຜິດຊອບຂອງຜູ້ນຳໜ້າຂອງແຕ່ລະບໍລິເວນ, ແຕ່ລະຂະແໜງບໍ່ຄວນປະໝາດ. ຢ່າຄິດວ່າ, ບັນຫາໂຄວິດ-19 ໂດຍກະຊວງສາທາລະນະສຸກ, ໂຮງໝໍຮັບຜິດຊອບ, ຫາກທຸກຂະແໜງການຈາກໂຮງຈັກໂຮງງານຜະລິດແມ່ນບໍ່ຕ້ອງຮັບຜິດຊອບ, ຕ້ອງຮັບປະກັນຄວາມປອດໄພຢ່າງສຸດຂີດ. ໂຮງແຮມແຕ່ລະແຫ່ງຢູ່ ດ້ານັ້ງ ດ້ວຍນັກທ່ອງທ່ຽວນັບໝື່ນຄົນນັ້ນກໍ່ຕ້ອງມີໜ້າທີີ່ຮັບຜິດຊອບ, ຕ້ອງຈັດຕັ້ງການປະຕິບັດຢ່າງຂ້ຽວຂາດ ແລະ ແຮງກວ່າ”.
(ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top