• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫງວຽນຊວັນຟຸກ ມອບລາງວັນໃຫ້ແກ່ແບບຢ່າງໜຸ່ມດີເດັ່ນ ຫວຽດນາມ ປີ 2021

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມຊາວໜຸ່ມ ກອມມູນິດ ຫວຽດນາມ ຄົບຮອບ 91 ປີ, ຕອນຄ່ຳວັນທີ 26 ມີນາ ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີມອບລາງວັນ “ແບບຢ່າງໜຸ່ມດີເດັ່ນ ຫວຽດນາມ ປີ 2021” ໂດຍສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ໜັງສືພິມ ຕ່ຽນຟອງ ຈັດຂຶ້ນ.
  ທ່ານປະທານປະເທດ ຫງວຽນຊວັນຟຸກ ມອບລາງວັນໃຫ້ແກ່ແບບຢ່າງໜຸ່ມດີເດັ່ນ ຫວຽດນາມ ປີ 2021 (ພາບ: VOV)  

ທ່ານປະທານປະເທດ ໄດ້ຍ້ອງຍໍຊົມເຊີຍ ແລະ ອວຍພອນ 19 ແບບຢ່າງດີເດັ່ນ ແລະ ແບບຢ່າງໜຸ່ມທີ່ມີແງ່ຫວັງດີ ໄດ້ຮັບການຍ້ອງຍໍຊົມເຊີຍ. ໃນປີ 2021, ເຖິງວ່າປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງກໍຕາມ, ໂດຍສະເພາະແມ່ນໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ແຕ່ຍິ່ງສະແດງໃຫ້ເຫັນເຈດຈຳນົງ, ຄວາມຫວັງຢາກບືນຕົວຂຶ້ນຢັ້ງຢືນຕົນເອງ, ນຳໃຈຢາດອຸທິດສ່ວນແກ່ປະເທດຊາດ ແລະ ຄຸນສົມບັດອັນດີງາມຂອງຊາວໜຸ່ມ. ທ່ານປະທານປະເທດ ຫງວຽນຊວັນຟຸກ ສະແດງຄວາມປາດຖະໜາວ່າ ຊາວໜຸ່ມຈະມີສະຕິຄວາມຮັບຮູ້ໄດ້ເຖິງໜ້າທີ່ສຳຄັນ ແລະ ພາລະກຳອັນສູງສົ່ງຂອງຕົນ, ຝຶກຝົນສູ້ຊົນບຸກບືນຕາມແນວຄິດ, ຄຸນສົມບັດ, ເປັນແບບຢ່າງດີເດັ່ນຂອງໄວໜຸ່ມ ຫວຽດນາມ ຢ່າງແທ້ຈິງ. ທ່ານປະທານປະເທດ ກໍສະເໜີໃຫ້ບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນ, ບັນດາອົງການຈັດຕັ້ງສັງຄົມ, ວິສາຫະກິດ ຈົ່ງສະໜັບສະໜູນ, ຮ່ວມເດີນທາງ, ປະກອບສ່ວນເຂົ້າໃນການພາລະກິດພັດທະນາຊາວໜຸ່ມທົ່ວປະເທດ, ເສີມຂະຫຍາຍຄວາມເກັ່ງກ້າສາມາດຂອງໄວໜຸ່ມ.

 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top