• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ວໍ້ວັນເຖືອງ ລົງເຮັດວຽກຢູ່ເມືອງເກາະຝູກຸຍ

ໃນການລົງເຮັດວຽກຢູ່ແຂວງ ບິ່ງທ້ວນ, ຕອນເຊົ້າວັນທີ 17 ມິຖຸນາ, ຢູ່ເມືອງເກາະຝູກຸຍ, ທ່ານປະທານປະເທດ ວໍ້ວັນເຖືອງ ແລະ ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ໄດ້ມອບຂອງຂວັນ ແລະທຸງຊາດ 1000 ຜືນໃຫ້ຊາວປະມົງເພື່ອລະດົມກຳລັງໃຈແກ່ຊາວປະມົງໃຫ້ມີຄວາມໝັ້ນໃຈເດີນທະເລຫາປາ.
ທ່ານປະທານປະເທດ ວໍ້ວັນເຖືອງ ຢື້ຢາມຖາມຂ່າວຊາວປະມົງຢູ່ຝູກຸຍ

ກ່າວຄຳເຫັນຢູ່ທີ່ນີ້,ທ່ານປະທານປະເທດ ວໍ້ວັນເຖືອງ ເນັ້ນໜັກວ່າ ຝູກຸຍ ມີທີ່ຕັ້ງສຳຄັນທີ່ສຸດໃນການ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ເສດຖະກິດ; ຮຽກຮ້ອງໃຫ້ລັດຖະບານ, ກອງທັບ ແລະ ປະຊາຊົນຢູ່ເກາະ ຈົ່ງສ້າງທ່າສະໜາມປ້ອງກັນຊາດທົ່ວປວງຊົນຕິດພັນກັບທ່າສະໜາມປ້ອງກັນຄວາມສະຫງົບປະຊາຊົນ ແລະ ເຂດປ້ອງກັນໃຫ້ໝັ້ນຄົງໜັກແໜ້ນ; ແກ້ໄຂທຸກສະຖານະການຢ່າງທັນການ ແລະ ມີປະສິດທິຜົນ, ບໍ່ປະໃຫ້ຖືກຕົກໃນທ່າຮັບ, ກະທັນຫັນ ຫຼື ຢູ່ເກາະ ແລະ ຢູ່ທະເລ. ຍູ້ແຮງການໂຄສະນາເຜີຍແຜ່, ສຶກສາອົບຮົມ, ຍົກສູງຈິດໃຈປົກປັກຮັກສາອະທິປະໄຕແຫ່ງຊາດ, ສ້າງທ່າສະໜາມ “ນ້ຳໃຈປະຊາຊົນ”ໃຫ້ໝັ້ນແກ່ນ; ສ້າງນ້ຳໃຈສາມັກຄີລະຫວ່າງກອງທັບ ແລະ ປະຊາຊົນ,  ຮ່ວມແຮງຮ່ວມໃຈປົກປັກຮັກສາທະເລ ແລະ ໝູ່ເກາະຂອງປະເທດຊາດຢ່າງໝັ້ນຄົງ.

     ກ່ອນໜ້ານັ້ນ, ກໍ່ໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ວໍ້ວັນເຖືອງ ໄດ້ເຂົ້າຮ່ວມພິທີເຄົາລົບທຸງຊາດ ແລະ ປູກຕົ້ນໄມ້ທີ່ລະນຶກຢູ່ທີ່ເສົາທຸງອະທິປະໄຕຂອງປະເທດຢູ່ເກາະ ຝູກຸຍ.

(ແຫຼ່ງຄັດຈາກ VOV)

ພິທີຕ້ອນຮັບ ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໃນໂອກາດຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ

ພິທີຕ້ອນຮັບ ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໃນໂອກາດຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ

ໃນຕອນບ່າຍວັນທີ 8 ຕຸລາ 2026, ທີ່ນະຄອນຫຼວງ ວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ລາວ ໄດ້ເປັນປະທານໃນພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ເລມິງຮຶງ ແລະ ຄະນະຜູ້ແທນຂັ້ນສູງຂອງ ຫວຽດນາມ ໃນການຢ້ຽມຢາມຢ່າງເປັນທາງການຢູ່ສາທາລະນະລັດປະຊາທິປະໄຕປະຊາຊົນລາວ.

Top