
ປະທານປະເທດໂຕນດຶກທັ້ງ
ບົດຂຽນໄດ້ທົບທວນຄືນບັນດາຫຼັກໝາຍຕົ້ນຕໍໃນຊີວິດ ແລະ ພາລະກິດຂອງ ທ່ານປະທານປະເທດໂຕນດຶກທັ້ງ, ນັບແຕ່ຊຸມເດືອນປີທີ່ເປັນໄວໜຸ່ມຕະຫຼອດເວລາທີ່ເພິ່ນໄດ້ກາຍເປັນຜູ້ນຳຂອງລັດ. ທ່ານປະທານປະເທດໂຕນດຶກທັ້ງໄດ້ມີຄຸນງາມຄວາມດີ, ການປະກອບສ່ວນຢ່າງໃຫຍ່ຫຼວງ, ປະກອບສ່ວນພ້ອມກັບສູນກາງພັກ, ສະພາແຫ່ງຊາດ, ສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ນຳພາທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນຍາດໄດ້ບັນດາໄຊຊະນະໃນການຕໍ່ຕ້ານຕ້ານລ່າເມືອງຂຶ້ນຝະລັ່ງ ແລະ ຈັກກະພັດອາເມລິກາປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ແລະ ກໍໃນດຽວກັນຢູ່ນະຄອນໂຮ່ຈິມິນ ກໍໄດ້ຈັດກອງປະຊຸມສຳມະນາວ່າດ້ວຍຫົວຂໍ້ : “ ທ່ານປະທານປະເທດໂຕນດຶກທັ້ງກັບຊົນຊັ້ນກຳມະກອນ ແລະ ກຳມະບານຫວຽດນາມ ”ຂຶ້ນ.
(ແຫຼ່ງຄັດຈາກ VOV)