• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບບັນດາເອກອັກຄະລັດຖະທູດຍື່ນສານແຕ່ງຕັ້ງ

      ຕອນເຊົ້າວັນທີ 07 ສິງຫາ, ຢູ່ທຳນຽບປະທານປະເທດ, ບັນດາເອກອັກຄະລັດຖະທູດປະເທດ ຈີເລ, ອັງກິດ, ໂປໂລຍ, ກຳບີ, ອູກັນດາ ເຂົ້າຍື່ນສານແຕ່ງຕັ້ງຕໍ່ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ.

(ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບ ທ່ານເອກອັກຄະລັດຖະທູດຈີເລ Jaime Chomali Garib ເຂົ້າຍື່ນສານແຕ່ງຕັ້ງ)
      ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດຈີເລ Jaime Chomali Garib, ທ່ານປະທານປະເທດ ເຈີ່ນດ້າຍກວາງ ປາດຖະໜາຢາກສືບຕໍ່ພັດທະນາການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດກວ່າອີກ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນສະຫະປະຊາຊາດ, ເອເປັກ ແລະ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP). ສ່ວນທ່ານເອກອັກຄະລັດຖະທູດຈີເລ Jaime Chomali Garib, ຢືນຢັນວ່າ, ໃນອາຍຸການຂອງຕົນຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ຜ່ານນັ້ນຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາ.
        ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດອັງກິດ Gareth Ward, ທ່ານປະທານປະເທດ ເຈີ່ນດ້າຍກວາງ ປາດຖະໜາວ່າ, ໃນໄລຍະຈະມາເຖິງ 2 ປະເທດຈະເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງກັນ ເພື່ອເພີ່ມທະວີການຮ່ວມມືດ້ານເສດຖະກິດ; ສະເໜີໃຫ້ອັງກິດສືບຕໍ່ສະໜັບສະໜູນຫວຽດນາມ ເພີ່ມທະວີການຮ່ວມມືກັບອີຢູ ແລະ ມີການກະທົບໃຫ້ອີຢູ ລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ໃນປີ 2018 ໂດຍໄວ. ສ່ວນທ່ານເອກອັກຄະລັດຖະທູດອັງກິດ Gareth Ward  ຢືນຢັນວ່າ, ອັງກິດສະໜັບສະໜູນ EVFTA ຢ່າງແຮງ ແລະ ອັງກິດປາດຖະໜາຢາກເພີ່ມທະວີການຮ່ວມມືກັບຫວຽດນາມ. ທ່ານເອກອັກຄະລັດຖະທູດກໍໃຫ້ຮູ້ວ່າ, ຍາມໃດອັງກິດ ກໍ່ສະໜັບສະນູນຄວາມເສລີໃນການເດີນເຮືອ ແລະ ການບິນບົນພື້ນຖານເຄົາລົບກົດໝາຍສາກົນ.
        ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດໂປໂລຍ, ທ່ານປະທານປະເທດເຈີ່ນດ້າຍກວາງ ສະເໜີໃຫ້ໂປໂລຍ ສືບຕໍ່ສະໜັບສະໜູນ, ຊຸກຍູ້ການພົວພັນຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ອີຢູ, ໃນນັ້ນມີເລື່ອງລົງນາມໃນ EVFTA ໂດຍໄວ.
        ຕໍ່ຈາກນັ້ນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ກໍ່ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດກຳບີ, ອູກັນດາ ຕາມລຳດັບ.
 (ແຫຼ່ງຄັດຈາກ VOV)
 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top