• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດຫວຽດນາມ ຫງວຽນຊວນຟຸກ ລົງເຮັດວຽກຢູ່ພາກກາງຫວຽດນາມ

      ຕອນບ່າຍວັນທີ 10 ເມສາ, ຢູ່ນະຄອນດານັ້ງ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບການນຳນະຄອນດານັ້ງ ແລະ ແຂວງກວາງນາມ
ທ່ານປະທານປະເທດ ຫງວຽນຊວນຟຸກ ພ້ອມກັບບັນດາຜູ້ແທນ
      ທີ່ການເຮັດວຽກ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ : ກວາງນາມ-ດານັ້ງ ແມ່ນດິນແດນທີ່ເຕັມໄປດ້ວຍມູນເຊື້ອປະຕິວັດ. ເສີມຂະຫຍາຍມູນເຊື້ອອັນປະເສີດເລີດລ້ຳຂອງດິນແດນແຫ່ງນີ້, ກວາງນາມ-ດານັ້ງ ຄວນແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມເທື່ອລະກ້າວ ເພື່ອບືນຕົວຂຶ້ນຢ່າງແຂງແຮງ, ສ້າງສາບ້ານເກີດເມືອງນອນໃຫ້ຮັ່ງມີສວຍງາມ. ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຖືວ່າ ກວາງນາມ-ດານັ້ງ ຕ້ອງແມ່ນທ້ອງຖິ່ນເປັນໜ້າດຳລົງຊີວິດ, ເປັນຕົ້ນແມ່ນໄລຍະພາຍຫຼັງໂລກລະບາດ ໂຄວິດ - 19. ໃນສະເພາະໜ້າ ແມ່ນຕ້ອງຟື້ນຟູການທ່ອງທ່ຽວ, ສູ້ຊົນກາຍເປັນ ສະຖານທີ່ປອດໄພຂອງແຂກທ່ອງທ່ຽວສາກົນ. ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຫວັງວ່າ ພ້ອມກັບນະຄອນ ດານັ້ງ, ແຂວງ ກວາງນາມ ຕ້ອງແມ່ນກຳລັງໜູນແກ່ການເຕີບໂຕຢູ່ພາກກາງຫວຽດນາມ.
(ແຫຼ່ງຄັດຈາກ VOV)
 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top