• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດພົບປະເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ”

ທ່ານປະທານປະເທດ ຫງວຽນຊວັນຟຸກ ຖືວ່າ, ໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” ມີຄວາມໝາຍສຳຄັນພິເສດ, ບັງຄັບໃຫ້ ອາເມລິກາ ຕ້ອງຢຸດຕິການຖິ້ມລະເບີດຢູ່ພາກເໜືອ ຫວຽດນາມ
  ທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມການພົບປະເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” (ພາບ: TTXVN)  

ຕອນບ່າຍວັນທີ 19 ທັນວາ, ຢູ່ ຮ່າໂນ້ຍ, ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ ໄດ້ຈັດການພົບປະເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” ແລະ ຕ້ອນຮັບທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ມາຢ້ຽມຢາມ, ເຮັດວຽກ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ຖືວ່າ, ໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” ມີຄວາມໝາຍສຳຄັນພິເສດ, ບັງຄັບໃຫ້ ອາເມລິກາ ຕ້ອງຢຸດຕິການຖິ້ມລະເບີດຢູ່ພາກເໜືອ ຫວຽດນາມ ແລະ ກັບຄືນສູ່ໂຕະເຈລະຈາຢູ່ກອງປະຊຸມ ປາຣີ ກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ ຄືນໃໝ່, ທ່ານປະທານປະເທດ ຫງວຽນຊວັນຟຸກ, ກ່າວວ່າ:

“ໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” ໄດ້ສະແດງໃຫ້ເຫັນແນວທາງການເມືອງ, ການທະຫານຖືກຕ້ອງຂອງພັກ. ນີ້ແມ່ນໜຶ່ງໃນບັນດາໄຊຊະນະຍິ່ງໃຫຍ່ຂອງຊາດ ຫວຽດນາມ ໃນສະຕະວັດທີ 20. ສຳລັບຍຸກສະໄໝ, ນີ້ແມ່ນໄຊຊະນະຂອງລະບອບສັງຄົມນິຍົມ, ແມ່ນການບຸກຕີປະຫວັດສາດ, ເປີດເສັ້ນທາງລົ້ມລະລາຍຂອງລັດທິລ່າເມືອງຂຶ້ນໃໝ່ຢູ່ ຫວຽດນາມ, ປະກອບສ່ວນເພີ່ມກຳລັງແຮງ ແລະ ທ່າບຸກໂຈມຕີຂອງຂະບວນການປະຕິວັດໂລກໃສ່ລັດທິຈັກກະພັດ.”

ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ “ໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” ໄດ້ສ້າງບັນດາບົດຮຽນອັນລ້ຳຄ່າທີ່ສາມາດນຳໃຊ້ເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາໃນປະຈຸບັນໄດ້.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top