• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຕູຖານຂໍ້ມູນການຄ້າ ຫວຽດນາມ ຈະຊ່ວຍຫວຽດນາມ ເຊື່ອມໂຍງເຂົ້າກັບເສດຖະກິດສາກົນຢ່າງຮອບດ້ານ

ຕອນເຊົ້າວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳແລະ ການຄ້າ ຫວຽດນາມໄດ້ສົມທົບກັບສະຖານທູດ ລາຊະອານາຈັກອັງກິດຈັດຕັ້ງພິທີເປີດນຳໃຊ້ປະຕູຖານຂໍ້ມູນການຄ້າ ຫວຽດນາມ (VNTR) ຜ່ານເວັບໄຊ: https://vntr.moit.gov.vn.
  ພິທີເປີດນຳໃຊ້ປະຕູຖານຂໍ້ມູນການຄ້າ ຫວຽດນາມ (VNTR) (ພາບ: TTXVN)  

 ປະຕູຖານຂໍ້ມູນ VNTR ໂດຍກະຊວງອຸດສາຫະກຳ ແລະ ການຄ້າສ້າງຂຶ້ນດ້ວຍການໜູນຊ່ວຍຈາກລັດຖະບານລາຊະອານາຈັກ ອັງກິດ. ນີ້ແມ່ນປະຕູຖານຂໍ້ມູນທາງໄກ, ໂດຍບໍ່ເສຍຄ່າ, ອັບເດດສະໜອງຂໍ້ມູນເປັນພາສາ ຫວຽດ ແລະ ອັງກິດ ກ່ຽວກັບເນື້ອໃນຫຼັກຄື: ຕາຕະລາງຄຳໝັ້ນສັນຍາກ່ຽວກັບພາສີໃນ ສັນຍາການຄ້າເສລີ (FTA) ເຊິ່ງ ຫວຽດນາມ ເຂົ້າຮ່ວມໃນພາກພື້ນ ອາຊຽນ, ພາສີ MFN, ພາສີບູລິມະສິດໃນບັນດາສັນຍາ FTA ສະບັບນີ້, ຂໍ້ກຳນົດກ່ຽວກັບຕົ້ນກຳເນີດ. ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂດທັ້ງຫ໋າຍ ເນັ້ນໜັກວ່າ:

ຈຸດປະສົງທີ່ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມຜັນຂະຫຍາຍ ປະຕູຖານຂໍ້ມູນ VNTR ແມ່ນເພື່ອແນໃສ່ປະຕິບັດຄຳໝັ້ນສັນຍາຂອງ ຫວຽດນາມ ໃນອາຊຽນກ່ຽວກັບການເພີ່ມທະວີການຫັນນະໂຍບາຍໃຫ້ໂປ່ງໄສ, ສ້າງຄວາມສະດວກໃຫ້ແກ່ການຄ້າພາຍໃນພາກພື້ນ ແລະ ໜູນຊ່ວຍປະຊາຄົມວິສາຫະກິດ ໃນການເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບນະໂຍບາຍການຄ້າຂອງບັນດາປະເທດໃນພາກພື້ນ ຢ່າງງ່າຍດາຍ. ຈາກນັ້ນ, ເປັນເຈົ້າການສ້າງຍຸດທະສາດເຂົ້າເຖິງຕະຫຼາດ ແລະ ຍົກສູງກຳລັງຄວາມສາມາດໃນການແກ້ງແຍ່ງ. ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮຽກຮ້ອງ ແລະ ສົ່ງເສີມໃຫ້ປະຊາຄົມວິສາຫະກິດ ຫວຽດນາມ ກໍ່ຄືວິສາຫະກິດໃນພາກພື້ນ ອາຊຽນ ເຂົ້າເວັບໄຊ ແລະ ຊອກຫາຂໍ້ມູນໃນປະຕູຖານຂໍ້ມູນ VNTR ເປັນປະຈຳ ເພື່ອຮັບໃຊ້ໃຫ້ແກ່ວຽກງານດຳເນີນທຸລະກິດຂອງຕົນ.

ທີ່ພິທີ, ນັກຊ່ຽວຊານຫຼາຍທ່ານໄດ້ເນັ້ນໜັກວ່າ VNTR ຈະຊ່ວຍຫວຽດນາມ ເຊື່ອມໂຍງເຂົ້າກັບປະຊາຄົມເສດຖະກິດສາກົນຢາງຮອດດ້ານ, ຢັ້ງຢືນທີ່ຕັ້ງຂອງ ຫວຽດນາມ ຄືຄູ່ຮ່ວມມືແຖວໜ້າໃນບັນດາຂໍ້ຕົກລົງການຄ້າເສລີ, ຕອບສະໜອງຄຳໝັ້ນສັນຍາກ່ຽວກັບການຄ້າເສລີຂອງ ຫວຽດນາມ ໃນຖານະເປັນສະມາຊິກຂອງ ອາຊຽນ.


(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top