• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຕິບັດການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງຢ່າງຂ້ຽວຂາດກວ່າ

ກອງປະຊຸມສືບຕໍ່ຜັນຂະຫຍາຍໜ້າທີ່ປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງຢ່າງເດັດດ່ຽວກວ່າເກົ່າໃນໄລຍະຈະມາເຖິງ.

ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມ

ກອງປະຊຸມຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້ ຫາກໍ່ສິ້ນສຸດລົງໃນອາທິດຜ່ານມາ, ຢູ່ ຮ່າໂນ້ຍ. ດ້ວຍຈິດໃຈ “ເດັດດ່ຽວ, ຢືດໝັ້ນ, ບໍ່ຢຸດບໍ່ເຊົາ, ບໍ່ມີເຂດຫ້າມ, ບໍ່ມີສິງພິເສດ, ບໍ່ວ່າຜູ້ນັ້ນແມ່ນໃຜ”, ກອງປະຊຸມພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ສືບຕໍ່ຜັນຂະຫຍາຍໜ້າທີ່ປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງຢ່າງເດັດດ່ຽວກວ່າເກົ່າໃນໄລຍະຈະມາເຖິງ, ຖືນີ້ແມ່ນປັດໄຈເປັນຕາຍໃນວິວັດທະນາການສ້າງສາປະເທດຊາດໃຫ້ພັດທະນາຢ່າງວັດທະນາຖາວອນ.

        ໂດຍໄດ້ຮັບການສ້າງຂຶ້ນແຕ່ປີ 2013, ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້, ຮັບຜິດຊອບໃນວຽກງານຊີ້ນຳ, ສົມທົບກັນ, ກວດກາ, ກະຕຸກຊຸກຍູ້ວຽກງານປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້ໃນຂອບເຂດທົ່ວປະເທດ. ນັບແຕ່ເມື່ອໄດ້ຮັບການສ້າງຂຶ້ນມາຮອດປະຈຸບັນ, ວຽກງານຕໍ່ສູ້, ປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້ ນັບມື້ນັບໄດ້ຮັບຮູ້ຢ່າງເລິກເຊິ່ງກວ່າ, ບັນລຸປະສິດທິຜົນກວ່າ ເຊິ່ງໄດ້ຮັບຄວາມເຫັນດີເຫັນພ້ອມ ແລະ ຕີລາຄາສູງຈາກປະຊາຊົນ, ເພື່ອນມິດສາກົນ.

ເສີມຂະຫຍາຍໝາກຜົນທີ່ບັນລຸໄດ້ຕິດຂັດຢູ່ບ່ອນໃດແກ້ໄຂຢູ່ບ່ອນນັ້ນ

        ນັບແຕ່ພາຍຫຼັງກອງປະຊຸມຄັ້ງທີ 23 ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້ (ເດືອນ ມັງກອນ 2023), ວຽກງານປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້ ນັບມື້ນັບໄດ້ຮັບການປະຕິບັດຢ່າງຂ້ຽວຂາດ ແລະ ໄດ້ກ້າວຂຶ້ນບາດກ້າວໃໝ່, ມີການຫັນປ່ຽນຕັ້ງໜ້າຫຼາຍຢ່າງ, ຄົບຊຸດ, ບັນລຸປະສິດທິຜົນກວ່າ ຢູ່ທັງຂັ້ນສູນກາງ ແລະ ທ້ອງຖິ່ນ.

        ບັນດາຄະນະພັກ, ອົງການຈັດຕັ້ງພັກ, ອົງການສຳນັກງານທີ່ມີໜ້າທີ່ ໄດ້ເພີ່ມທະວີການສົມທົບກັນເພື່ອຄົ້ນພົບ, ແກ້ໄຂການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້ຜ່ານວຽກງານຕິດຕາມກວດກາ, ກວດສອບ, ສືບສວນ, ຮ້ອງຟ້ອງ, ພິພາກສາ; ປັບໄໝລົງໂທດທັງການກະທຳສໍ້ຫຼາດບັງຫຼວງ ແລະ ບັນດາປະກົດການກະທຳຫຍ້ໍທໍ້, ຊຸດໂຊມດ້ານແນວຄິດການເມືອງ, ຄຸນສົມບັດ, ວິຖີຊີວິດເຊິ່ງໄດ້ຮັບຄວາມເຫັນດີເຫັນພ້ອມ ແລະ ຕີລາຄາສູງຈາກຫາງສຽງສັງຄົມ ແລະ ປະຊາຊົນ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ:

        ຫາງສຽງມີຄວາມສົນໃຈເປັນພິເສດພາຍຫຼັງກອງປະຊຸມຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນຕ້ານການສໍ້ຫຼາດບັງຫຼວງສິ່ງຫຍໍ້ໍ້ແຕ່ລະຄັ້ງບັນດາອົງການໄດ້ສົມທົບກັນເປັນຢ່າງດີມີຄວາມເປັນເອກະພາບສູງປະລິມານວຽກງານຫຼາຍ ແຕ່ພວກເຮົາໄດ້ຜັນຂະຫຍາຍປະຕິບັດແກ້ໄຂບັນດາເຫດການລ້ວນແຕ່ມີຄວາມເຂັ້ມງວດໃນນັ້ນມີຫຼາຍຄະດີທີ່ຫຍຸ້ງຍາກ ແຕ່ພວກເຮົາໄດ້ເຮັດຢ່າງມີແບບມີແຜນຖືກກັບພາລະບົດບາດໜ້າທີ່ມີຄວາມລະມັດວັງບໍ່ມີເຂດຫ້າມບໍ່ມີສິ່ງພິເສດບໍ່ວ່າຜູ້ນັ້ນແມ່ນໃຜເລື່ອງພວກເຮົາມີແຜນນະໂຍບາຍສ້າງຕັ້ງຄະນະຊີ້ນຳຂັ້ນແຂວງກ່ຽວກັບການປ້ອງກັນຕ້ານການສໍ້ຫຼາດບັງຫຼວງແມ່ນມີຄວາມຈຳເປັນ ແລະ ຖືກຕ້ອງໃນໄລຍະຜ່ານມາມີຫຼາຍແຫ່ງໄດ້ປະຕິບັດເປັນຢ່າງດີ ແລະ ມີຜົນດີ”.

ຢືດໝັ້ນເດັດດ່ຽວໃນການຕໍ່ສູ້ປ້ອງກັນ້ານການສໍ້ຫຼາດບັງຫຼວງສິ່ງຫຍໍ້ໍ້ໃຫ້ດີກວ່າເກົ່າ

        ບົນພື້ນຖານບັນດາໝາກຜົນທີ່ບັນລຸໄດ້ນັ້ນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ວຽກງານສົມທົບກັນລະຫວ່າງບັນດາອົງການໃນການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້ຢູ່ຂັ້ນສູນກາງ ກໍຄືທ້ອງຖິ່ນຕ້ອງຄົບຊຸດ, ບັນລຸປະສິດທິຜົນກວ່າ ດ້ວຍຈິດໃຈຕິດຂັດຢູ່ບ່ອນໃດແກ້ໄຂຢູ່ບ່ອນນັ້ນ. ບັນດາອົງການສຳນັກງານທີ່ມີໜ້າທີ່ຕ້ອງຍູ້ໄວລະດັບຄວາມຄືບໜ້າການສືບສວນ, ຮ້ອງຟ້ອງ, ພິພາກສາບັນດາຄະດີ, ແກ້ໄຂບັນດາເຫດຂຶ້ນກັບໜ້າທີ່ຂອງຄະນະຊີ້ນຳຕິດຕາມ, ຊີ້ນຳ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ:

        ພວກເຮົາສືບຕໍ່ເສີມຂະຫຍາຍບັນດາໝາກຜົນທ່ບັນລຸໄດ້ຢ່າງຕັ້ງໜ້າຢ່າງແຮງເດັດດ່ຽວ ແລະ ບັນລຸປະສິດທິຜົນໃຫ້ດີກວ່າເກົ່າບໍ່ຫຼີກລ້ຽງປະຕິບັດວຽກງານກວດກາກວດສອບເປັນເຈົ້າການໃນການປ້ອງກັນສະກັດກັ້ນເພີ່ມທະວີວຽກງານໂຄສະນາຕິດຕາມໂດຍສະເພາະແມ່ນບໍ່ປະໃຫ້ພວກທີ່ບໍ່ດີສວຍໃຊ້ການປ້ອງກັນຕ້ານການສໍ້ຫຼາດບັງຫຼວງສິ່ງຫຍໍ້ທ້ໍຂອງພວກເຮົາ ແນໃສ່ຍູ້ແຍ່ແກ່ດຶງແບ່ງແຍກພາຍໃນຖ້າກວດພົບພວກເຮົາກໍ່ຕ້ອງແກ້ໄຂ”.

        ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ວຽກງານປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້ຢູ່ ຫວຽດນາມ ນັບມື້ນັບເຂົ້າສູ່ແທດຈິງ, ບັນລຸປະສິດທິຜົນດ້ວຍໝາກຜົນທີ່ໜ້າປະທັບໃຈ, ບໍ່ພຽງແຕ່ໄດ້ຮັບຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນຂອງປະຊາຊົນຢູ່ພາຍໃນ ແລະ ຕ່າງປະເທດເທົ່ານັ້ນ, ຫາກຍັງໄດ້ຮັບຄວາມສົນໃຈ, ຕີລາຄາສູງຈາກຫຼາຍອົງການຈັດຕັ້ງ, ປະເທດຕ່າງໆໃນໂລກອີກດ້ວຍ. ໜ້າທີ່ດັ່ງກ່າວ, ເຖິງວ່າຈະຫຍຸ້ງຍາກ, ມີຄວາມທົດສອບຫຼາຍຢ່າງ, ແຕ່ດ້ວຍຄວາມຕັດສິນໃຈສູງ, ຄວາມເຫັນດີເຫັນພ້ອມເປັນຈິດໜຶ່ງໃຈດຽວກັນຂອງທົ່ວພັກ, ທົ່ວປວງຊົນ, ແນ່ນອນວ່າ ຫວຽດນາມ ຈະປະສົບຜົນສຳເລັດ.

 

(ແຫຼ່ງຄັດຈາກ VOV)

ສານກ່ຽວກັບປະເທດ ຫຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ

ສານກ່ຽວກັບປະເທດ ຫຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ

ຫວຽດນາມ ໄດ້ປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບບັນດາປະເທດ, ເປີດກຳລັງໜູນ ແລະ ກາລະໂອກາດໃໝ່ ເພື່ອຍາດແຍ່ງການໜູນຊ່ວຍ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ.

Top