• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະດັບຫຼຽນທີ່ລະນຶກ “ເພື່ອໄວໜຸ່ມ” ໃຫ້ແກ່ພະນັກງານ, ນັກຮົບໃນໝູ່ເກາະເຈື່ອງຊາ

ການເດີນທາງ “ ໄວໜຸ່ມເພື່ອເຂດທະເລໝູ່ເກາະແຫ່ງບ້ານເກີດເມືອງນອນ ” ປີ 2018 ດ້ວຍຫົວຂໍ້ : “ ໄວໜຸ່ມຮ່ວມເດີນທາງເພື່ອເຈື່ອງຊາ” ແມ່ນການເດີນທາງຄັ້ງທີ 10 ໂດຍສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ຈັດຂຶ້ນແຕ່ວັນທີ 16-25 ເມສາປີ 2018

ທ່ານ ບຸຍກວາງຮຸຍ ເລຂາສູນກາງ ຊາວໜຸ່ມກອມມູນິດໂຮ່ຈິມິນປະດັບຫຼຽນທີ່ລະນຶກ “ເພື່ອໄວໜຸ່ມ” ໃຫ້ແກ່ບັນດານັກຮົບ

ການເດີນທາງໂດຍທ່ານ ບຸຍກວາງຮຸຍ ເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມກອມມູນິດໂຮ່ຈິມິນເປັນຫົວໜ້າຄະນະ. ໃນການເດີນທາງຄັ້ງນີ້, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນໄດ້ປະດັບຫຼຽນທີ່ລະນຶກ “ເພື່ອໄວໜຸ່ມ” ໃຫ້ແກ່ພະນັກງານ, ນັກຮົບ 9 ຄົນທີ່ພວມປະຕິບັດງານຢູ່ໝູ່ເກາະເຈື່ອງຊາ ແລະ ສູນ DK1. ກ່າວຄຳເຫັນທີ່ພິທີປະດັບຫຼຽນທີ່ລະນຶກ,  ທ່ານ ບຸຍກວາງຮຸຍ ເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມກອມມູນິດໂຮ່ຈິມິນ ກ່າວວ່າ :

    “ ພວກເຮົາຮູ້ນຳກັນແລ້ວວ່າ ເພື່ອປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດ, ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ສະຫຼະເລືອດເນື້ອ, ເຫື່ອແຮງ ນັບແຕ່ກ່ອນມາຮອດປະຈຸບັນ ຈຶ່ງສາມາດຢັ້ງຢືນອຳນາດອະທິປະໄຕ ອັນສັກກະລະບູຊານັ້ນ. ຍ້ອນເຫດນີ້ເອງ, ໃນປີຜ່ານມາ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນໄດ້ກຳນົດໜ້າທີ່ຮັບຜິດຊອບນັ້ນ ແມ່ນຂອງຊາວໜຸ່ມ, ໄວໜຸ່ມໃນວັນນີ້ ແລະ ກໍຄືລຸ່ນຄົນໃນອະນາຄົດ. ພວກຂ້າພະເຈົ້າໝັ້ນໝາຍ ຈະແມ່ນແນວຫຼັງທີ່ໝັ້ນແກ່ນໃຫ້ແກ່ບັນດານັກຮົບຢູ່ແນວໜ້າ ”

(ແຫຼ່ງຄັດຈາກ VOV)


ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top