• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຊົນ ນະຄອນ ໂຮ່ຈີມິນ ພ້ອມກັບອຳນາດການປົກຄອງທ້ອງຖິ່ນປະຕິບັດມາດຕະການຕ້ານໂລກລະບາດໂຄວິດ - 19

      ໃນຕອນເຊົ້າວັນທີ 20 ມິຖຸນາ, ປະຊາຊົນນະຄອນ ໂຮ່ຈີມິນ ໄດ້ປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ. ຢູ່ຕະຫຼາດ, ຖະໜົນສາຍຕ່າງໆຢູ່ມີຄວາມປອດໂປ່ງກວ່າ ແລະ ບັນດາກຳລັງທີ່ມີໜ້າທີ່ຮັບຜິດຊອບ ກໍໄດ້ອອກອອກໄປປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ.
(ພາບປະກອບ: ກະຊວງສາທາລະນະສຸກ)
      ວັນທີ 20 ມິຖຸນາ ແມ່ນມື້ທຳອິດ ທີ່ນະຄອນ ໂຮ່ຈີມິນປະຕິບັດຄຳສັ່ງເລກທີ 10 ກ່ຽວກັບການເພີ່ມທະວີບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນບໍລິເວນນະຄອນ. ໃນຕອນເຊົ້າວັນທີ 20 ມິຖຸນາ, ປະຊາຊົນນະຄອນ ໂຮ່ຈີມິນ ໄດ້ປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ. ຢູ່ຕະຫຼາດ, ຖະໜົນສາຍຕ່າງໆຢູ່ມີຄວາມປອດໂປ່ງກວ່າ ແລະ ບັນດາກຳລັງທີ່ມີໜ້າທີ່ຮັບຜິດຊອບ ກໍໄດ້ອອກອອກໄປປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ. ຕາມຄຳສັ່ງເລກທີ 10 ແລ້ວ, ການເຄື່ອນໄຫວ ແລະ ການບໍລິການລົດ ແທັກຊີ, ລົດຮັບຈ້າງຜ່ານໂປແກຼມຕ່າງໆ ລ້ວນແຕ່ຕ້ອງຢຸດຕິການເຄື່ອນໄຫວ. ເຖິງວ່າຖືກຜົນກະທົບຫຼາຍຢ່າງຕໍ່ການຫາເງິນລ້ຽງຊີບ ກໍຕາມ, ແຕ່ເຂົາເຈົ້າກໍເຫັນດີເຫັນພ້ອມກັບແຜນນະໂຍຫບາຍຂອງນະຄອນ ເພື່ອຮ່ວມແຮງຮ່ວມໃຈຕ້ານໂລກລະບາດໂຄວິດ - 19. ອ້າຍ ຫງວຽນຈີ້ເຕີມ, ຜູ້ຂັບລົດໂອໂຕຮັບຈ້າງ ໃຫ້ຮູ້ວ່າ:
ເມື່ອລັດໄດ້ອອກຂໍ້ກຳນົດຄືແນວນັ້ນ, ບໍ່ວ່າຈະເປັນໃຜກໍຕາມ ກໍຕ້ອງປະຕິບັດຕາມ ເພື່ອປ້ອງກັນ, ຕ້ານໂລກລະບາດ. ເຮົາກໍຮູ້ວ່າ ຈະປະສົບກັບຄວາມຫຍຸ້ງຍາກ ແຕ່ເຮົາກໍຕ້ອງພະຍາຍາມເພື່ອໃຫ້ປະເທດເຮົາກັບຄືນສູ່ເປັນປົກກະຕິກ່ອນ, ເວລານັ້ນ ເຮົາຈຶ່ງມີຄວາມອຸ່ນອ່ຽນໃຈເພື່ອທຳມາຫາກິນດຳລົງຊີວິດໄດ້”.
ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 19 ມິຖຸນາ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ປະກາດໃຊ້ຄຳສັ່ງເລກທີ 10 ກ່ຽວກັບການເພີ່ມທະວີບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນບໍລິເວນນະຄອນ. ຕາມນັ້ນແລ້ວ, ນະຄອນ ໂຮ່ຈີມິນ ຈະສືບຕໍ່ຢຸດຕິບັນດາຮູບແບບການບໍລິການທີ່ບໍ່ຈຳເປັນ, ຢຸດຕິການເຄື່ອນໄຫວຂອງຕະຫຼາດທີ່ເກີດຂຶ້ນເອງ; ຕະຫຼາດທີ່ເປັນມູນເຊື້ອຕ້ອງເພີ່ມທະວີຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ. ທາງນະຄອນ ກໍຮຽກຮ້ອງໃຫ້ປະຊາຊົນ ບໍ່ເຕົ້າໂຮມກັນຫຼາຍກວ່າ 3 ຄົນຢູ່ບ່ອນສາທາລະນະ, ເວັ້ນເສຍແຕ່ຢູ່ຫ້ອງການ, ໂຮງຮຽນ, ໂຮງໝໍ.  ຮັກສາໄລຍະຫ່າງລະຫວ່າງຄົນກັບຄົນ ຢ່າງໜ້ອຍສຸດແມ່ນ 1,5 ແມັດ. 
(ແຫຼ່ງຄັດຈາກ VOV)

ການ​ແຂ່ງ​ຂັນ​ລົດ​ຖີບ ມິດ​ຕະ​ພາບ ສາມ​ປະ​ເທດ ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ​ຄັ້ງ​ທີໜຶ່ງ

ການ​ແຂ່ງ​ຂັນ​ລົດ​ຖີບ ມິດ​ຕະ​ພາບ ສາມ​ປະ​ເທດ ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ​ຄັ້ງ​ທີໜຶ່ງ

ການແຂ່ງຂັນມີນັກກິລາ 45 ຄົນທີ່ມາຈາກ ກຳປູເຈຍ, ລາວ, ຫວຽດນາມ ແບ່ງປັນ 9 ທິມ, ແຕ່ລະປະເທດຈະມີ 3 ທິມ, ແຕ່ລະທິມມີນັກກິລາ 5 ຄົນ. ໄລຍະທາງ ການແຂ່ງຂັນ ດ້ວຍຄວາມຍາວ 35,2 ກີໂລແມັດ.

Top