• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຊົນທົ່ວປະເທດຕ້ອນຮັບປີໃໝ່ດ້ວຍຄວາມຄາດຫວັງຫຼາຍຢ່າງ

      ຢູ່ຮ່າໂນ້ຍ, ຝັນຕົກໜັກຍ້ອນຜົນສະທ້ອນຈາກອາກາດໜາວຂຶ້ນໃນ ຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ປີຊວດ 2020 ແຕ່ກໍບໍ່ສາມາດຫຼຸດຜ່ອນບັນຍາກາດເບີກບານມ່ວນຊື່ນຂອງຊາວນະຄອນຫຼວງຮ່າໂນ້ຍເມື່ອຕ້ອນຮັບປີໃໝ່ດ້ວຍຄວາມຫວັງຫຼາຍຢ່າງ

ບັນຍາກາດຕ້ອນຮັບບຸນເຕັດຢູ່ຮ່າໂນ້ຍ 
      ປີເກົ່າທີ່ຜ່ານພົ້ນໄປ ກໍແມ່ນຈຸດເວລາທີ່ທຸກໆຄົນໄດ້ອວຍພອນກັນດ້ວຍຄຳອວຍພອນທີ່ຈົບງາມທີ່ສຸດ ພ້ອມກັນມຸ່ງໄປສູ່ຄວາມຄາດຫວັງໃໝ່:
       “ ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ຕ້ອນຮັບບຸນເຕັດຢູ່ຮ່າໂນ້ຍ ແລະ ຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຢູ່ໜອງຮ່ວານກ໋ຽມ, ຮ່າໂນ້ຍ ຊຶ່ງເກີດຝົນຕົກໜັກທີ່ສຸດ. ຫວັງວ່າ ຄອບຄົວຈະມີຄວາມສຸກ, ທຸກໆຄົນມີສຸຂະພາບແຂງແຮງ, ມີຄວາມເບີກບານມ່ວນຊື່ນ, ວຽກເຮັດງານທຳກໍດຳເນີນໄປດ້ວຍດີ.
         ປີໃໝ່ ນ້ອງຫວັງວ່າ ຈະເສັງຈົບຊັ້ນໄດ້ຮັບຄະແນນດີ ແລະ ທຸກໆຄົນໃນຄອບຄົວມີສຸຂະພາບແຂງແຮງ. ປີໃໝ່ ອວຍພອນທັງຄອບຄົວມີຄວາມສຸກ, ຄວາມຈະເລີນ, ທຸກໆຄົນຕາງກໍ ມີຄວາມເບີກບານມ່ວນຊື່ນ, ປະເທດຊາດນັບມື້ນັບພັດທະນາ ແລະ ກ້າວຂຶ້ນບົນເສັ້ນທາງປ່ຽນແປງໃໝ່ ”
      ໃນຂະນະນັ້ນ, ບັນຍາກາດຕ້ອນຮັບ ຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຢູ່ນະຄອນໂຮ້ຈິມິນ ຍິ່ງຟົດຟື້ນຂຶ້ນ.  ທ່ານຈິ້ງດົງເຕີມແບ່ງປັນວ່າ :
    “ ຂ້າພະເຈົ້າມີຄວາມຄາດຫວັງວ່າ ປີໃໝ່ປີຊວດ ທັງຄອບຄົວຈະມີຄວາມສຸກ, ຄວາມຈະເລີນ. ການດຳເນີນທຸລະກິດຈະຮັບຜົນສຳເລັດກ່ວາປີກ່ອນ. ອວຍພອນໃຫ້ປະເທດຊາດ ປີໃໝ່ມີສັນຕິພາບ, ວັດທະນາຖາວອນ ແລະ ມີຄວາມໂຊກດີທຸກປະການ ”
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top