• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຄົມຊາວ ຫວຽດນາມ ໃນທົ່ວໂລກຕ້ອນຮັບ “ບຸນເຕັດແຫ່ງການເຕົ້າໂຮມ”

      ຢູ່ Pardubice, ສ. ເຊັກໂກ, ປະຊາຄົມຊາວ ຫວຽດນາມ ຢູ່ທີ່ນີ້ໄດ້ຈັດຕັ້ງງານລາຕີ ຕ້ອນຮັບບຸນປີໃໝ່ປະຈຳຊາດປີຈໍ 2018. 

ການສະແດງສິລະປະຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ຢູ່ ມາເກົາ
      ໂດຍພ້ອມກັບບັນຍາກາດຕ້ອນຮັບບຸນເຕັດ ຂອງພໍ່ແມ່ປະຊາຊົນຢູ່ທຸກແຖບຖິ່ນໃນໂລກ, ສະຖານທູດ ຫວຽດນາມ ປະຈຳ ບັງກະລາເທດ ຫາກໍ່ຈັດຕັ້ງການພົບປະສັງສັນ “ບຸນເຕັດແຫ່ງການເຕົ້າໂຮມ” ສຳລັບປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກ ຢູ່ ບັງກະລາເທດ. ກ່າວຄຳເຫັນທີ່ພິທີ, ທ່ານ ເຈີ່ນວັນຄວາ, ເນັ້ນໜັກວ່າ ລາຍການແມ່ນຂົວເຊື່ອມຕໍ່ລະຫວ່າງພໍ່ແມ່ປະຊາຊົນກັບ ບ້ານເກີດເມືອງນອນ, ຮັດແໜ້ນນ້ຳໃຈຂອງຊາວ ຫວຽດ ທີ່ຢູ່ຫ່າງໄກບ້ານເກີດເມືອງນອນ ແລະ ປະເທດຊາດ.
        ຢູ່ Pardubice, ສ. ເຊັກໂກ, ປະຊາຄົມຊາວ ຫວຽດນາມ ຢູ່ທີ່ນີ້ໄດ້ຈັດຕັ້ງງານລາຕີ ຕ້ອນຮັບບຸນປີໃໝ່ປະຈຳຊາດປີຈໍ 2018. ນີ້ແມ່ນໂອກາດເພື່ອໃຫ້ພໍ່ແມ່ປະຊາຊົນພົບປະ, ແບ່ງປັນບົດຮຽນໃນການຄ້າຂາຍ ແລະ ໃນຊີວິດການເປັນຢູ່ ແລະ ຫວນຄືນເຖິງມູນເຊື້ອຂອງຊາດ. ເອື້ອຍ ດັ້ງທິງອັກຮວາ, ປະຈຸບັນພວມດຳເລົງຊີວິດຢູ່ Pardubice, ແບ່ງປັນວ່າ:
        ເມື່ອບຸນເຕັດວຽນມາ, ພໍ່ແມ່ປະຊາຊົນດຳລົງຊີວິດຢູ່ຫ່າງໄກຈາກບ້ານເກີດເມືອງນອນລ້ວນແຕ່ໄດ້ຄິດເຖິງບຸນປີໃໝ່ປະຈຳຊາດຂອງຊາດຕົນຍ້ອນມີເຂົ້າຕົ້ມ ແລະ ຮີດຄອງປະເພນີໃນບຸນເຕັດຂອງຊາວ ຫວຽດນາມ, ຕົວຢ່າງຄື: ແຈກອັ່ງເປົ່າໃຫ້ພວກຫຼານນ້ອຍ. ບັນດາຜູ້ດຳລົງຊີວິດຢູ່ຫ່າງໄກຈາກບ້ານເກີດເມືອງນອນໃຜໆກໍ່ຢາກພົບປະກັນໃນໂອກາດນີ້ເພື່ອທົບທວນຄືນຄວາມງາມທີ່ເປັນມູນເຊື້ອຂອງຊາດ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ

ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ

ທ່ານເລຂາທິການໃຫຍ່ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນພາລະກິດແຫ່ງການສ້າງສາ ແລະ ພັດທະນາຂອງປະເທດ ກຳປູເຈຍ ແລະ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໃນທຸກຊ່ອງທາງ, ທຸກຂົງເຂດ.

Top