• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຝລັ່ງ ແລະ ເພື່ອນມິດສາກົນສະຫນັບສະຫນູນ ຫວຽດນາມໃນການປ້ອງກັນ ຕ້ານໂລກລະບາດໂຄວິດ 19

      ກອງທຶນ ວັກຊິນ ປ້ອງກັນຕ້ານໂລກລະບາດໂຄວິດ 19 ປະຈຸບັນ ໄດ້ຮັບການຕອບສະຫນອງໃຫຍ່ຫລວງຢູ່ ຝລັ່ງ ແລະໃນວົງຄະນາຍາດຊາວຫວຽດນາມ ອາໄສ ຢູ່ຝລັ່ງ ກໍ່ຄືເພື່ອນມິດຂອງຫວຽດນາມ ຢູ່ ຝລັ່ງ. 
ຜູ້ຕາງໜ້າສະມາຄົມມິດຕະພາບ ຫວຽດນາມ - ຝລັ່ງ ມອບເງິນຊ່ວຍກອງທຶນວັກຊິນກັນໂຄວິດ - 19
ໃຫ້ແກ່ທ່ານເອກອັກຄະລັດຖະທູດດິງຕວານທັງ
      ວັນທີ 25 ມິຖຸນາ ຢູ່ສຳນັກງານ ສະຖານທູດຫວຽດນາມປະຈຳ ຝລັ່ງ, ຜູ້ຕາງຫນ້າສະມາຄົມຊາວຫວຽດນາມອາໄສຢູ່ ຝລັ່ງ, ສະມາຄົມມິດຕະພາບ ຫວຽດນາມ ຝລັ່ງ ພ້ອມກັບຫລາຍອົງການ ສ່ວນບຸກຄົນຊາວຫວຽດນາມອາໄສຢູ່ ຝລັ່ງ ໄດ້ມອບເງິນສົດ ຈຳນວນເງິນ 20.000 ເອີໂຣ ສະຫນັບສະຫນູນ ກອງທຶນ ວັກຊິນ ປ້ອງກັນ ຕ້ານໂລກລະບາດໂຄວິດ 19 ຂອງຫວຽດນາມ. ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານ ເອກອັກຄະລັດຖະທູດ ຫວຽດນາມປະຈຳ ຝລັ່ງ ດີງຕວານທັງ  ຮັບຮູ້ບັນດາອາລົມຈິດຄວາມຮັກແພງ ຄວາມສະຫນິດຕິດພັນຂອງປະຊາຄົມຊາວຫວຽດນາມ ຢູ່ ຝລັ່ງ ກໍ່ຄື ບັນດາເພື່ອນມິດ ຝລັ່ງ ທີ່ມີຕໍ່ ປະເທດຊາດ ແລະຊາວຫວຽດນາມ.
“ອາດເວົ້າໄດ້ວ່າ ກອງທຶນ ວັກຊິນ ປ້ອງກັນຕ້ານໂລກລະບາດໂຄວິດ 19 ປະຈຸບັນ ໄດ້ຮັບການຕອບສະຫນອງໃຫຍ່ຫລວງຢູ່ ຝລັ່ງ ແລະໃນວົງຄະນາຍາດຊາວຫວຽດນາມ ອາໄສ ຢູ່ຝລັ່ງ ກໍ່ຄືເພື່ອນມິດຂອງຫວຽດນາມ ຢູ່ ຝລັ່ງ. ຂ້າພະເຈົ້າຄິດວ່າ ການເຄື່ອນໄຫວນີ້ ຈະສືບຕໍ່ດຳເນີນໃນໄລຍະຈະມາເຖິງ”
ໃນຕອນບ່າຍວັນດຽວກັນ, ຄະນະຜູ້ແທນນະຄອນຫລວງ ວຽງຈັນ ໂດຍທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກນະຄອນ ວຽງຈັນ ນຳຫນ້າ ໄດ້ມາສະຖານທູດ ຫວຽດນາມ ປະຈຳ ລາວ ເພື່ອມອບຈຳນວນເງິນ 30.000 USD ເພື່ອໃຫ້ອຳນາດການປົກຄອງ ແລະປະຊາຊົນນະຄອນຫລວງ ຮ່າໂນ້ຍ ແລະນະຄອນໂຮ່ຈີມິນ ປ້ອງກັນ ຕ້ານໂລກລະບາດໂຄວິດ 19. ໄລ່ມາຮອດປະຈຸບັນສະຖານທູດ ຫວຽດນາມປະຈຳ ລາວ ໄດ້ຮັບຈຳນວນເງິນ 1,3 ລ້ານ USD ຂອງບັນດາອົງການ, ສ່ວນບຸກຄົນຢູ່ລາວ, ໃນນັ້ນ 500.000 USD ແມ່ນວັດຖຸ ອຸປະກອນການແພດ ເຄື່ອງປ້ອງກັນຕ້ານໂລກລະບາດໂຄວິດ 19.
 (ແຫຼ່ງຄັດຈາກ VOV)
 

COP28: ອາເມລິກາ ໃຫ້ຄຳໝັ້ນສັນຍາປະກອບຈຳນວນເງິນ 3 ຕື້ໂດລາສະຫະລັດ ໃຫ້ແກ່ກອງທຶນດິນຟ້າອາກາດສີຂຽວ

COP28: ອາເມລິກາ ໃຫ້ຄຳໝັ້ນສັນຍາປະກອບຈຳນວນເງິນ 3 ຕື້ໂດລາສະຫະລັດ ໃຫ້ແກ່ກອງທຶນດິນຟ້າອາກາດສີຂຽວ

ຄະນະບໍລິຫານກອງທຶນດິນຟ້າອາກາດ ສີຂຽວໃຫ້ຮູ້ວ່າ: ກອງທຶນນີ້ໄດ້ຮັບຄຳໝັ້ນສັນຍາປະກອບຈຳນວນເງິນ 9,3 ຕື້ໂດລາສະຫະລັດຂອງ 25 ປະເທດໃນໂລກ

Top