• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະກາດໃຊ້ແຜນການປະຕິບັດສັນຍາຄູ່ຮ່ວມມືດ້ານເສດຖະກິດ ຮອບດ້ານໃນພາກພື້ນ ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ

      ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິງ ຫາກໍ່ລົງນາມຂໍ້ຕົກລົງວ່າດ້ວຍການອະນຸມັດແຜນການປະຕິບັດສັນຍາຄູ່ຮ່ວມມືດ້ານເສດຖະກິດຮອບດ້ານໃນພາກພື້ນ (ສັນຍາ RCEP).
ພາບປະກອບ:  baochinhphu.vn
      ແຜນການໄດ້ແບ່ງໜ້າທີ່, ຄວາມຮັບຜິດຊອບໃຫ້ແກ່ບັນດາອົງການ, ອົງການຈັດຕັ້ງທີ່ກ່ຽວຂ້ອງ, ຕົກລົງມາດຕະການຊີ້ນຳ, ບໍລິຫານ ແລະ ບັນດາມາດຕະການຕ່າງໆເພື່ອຜັນຂະຫຍາຍສັນຍາສະບັບນີ້ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ.
      ຕາມນັ້ນແລ້ວ, ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ຄະນະກຳມະການປະຊາຊົນ ບັນດາແຂວງ, ນະຄອນ ຂຶ້ນກັບສູນກາງຜັນຂະຫຍາຍ, ເຜີຍແຜ່ໂຄສະນາ ກ່ຽວກັບສັນຍາ RCEP ແລະ ບັນດາເອກະສານນິຕິກຳທີ່ກ່ຽວຂ້ອງເຖິງບັນດາເປົ້າໝາຍ, ເປັນຕົ້ນແມ່ນ ບັນດາເປົ້າໝາຍທີ່ອາດຈະໄດ້ຮັບຜົນກະທົບ. ສ້າງສູນຮັບຂໍ້ມູນຂ່າວສານກ່ຽວກັບ RCEP ຢູ່ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເພື່ອສະໜອງຂໍ້ມູນ, ຄຳແນະນຳ, ເຮັດແຈ້ງບັນດາເນື້ອໃນຄຳໝັ້ນສັນຍາ ແລະ ບັນດາບັນຫາທີ່ກ່ຽວຂ້ອງເຖິງ ສັນຍາ.
      ປັບປຸງເຄືອຂ່າຍ, ເພີ່ມທະວີກຳລັງຄວາມສາມາດ ແລະ ຍູ້ແຮງວຽກງານສະໜອງຂໍ້ມູນ, ຄາດຄະເນກ່ຽວກັບຕະຫຼາດນຳເຂົ້າ, ສົ່ງອອກ, ຕະຫຼາດພາຍໃນປະເທດ ຂອງບັນດາອົງການແຫ່ງລັດ ທີ່ມີໜ້າທີ່ສະໜອງຂໍ້ມູນດ້ານການຄ້າ, ການລົງທຶນ, ສ້າງຄວາມສະດວກໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ໃນການວາງແຜນກຳນົດ, ຜັນຂະຫຍາຍຍຸດທະສາດດຳເນີນທຸລະກິດພາຍໃນປະເທດ ແລະ ລົງທຶນໄປຍັງຕ່າງປະເທດ.
(ແຫຼ່ງຄັດຈາກ VOV)

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ສຳຫຼວດກວດກາລະອຽດຂົງເຂດຄຸ້ມຄອງຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ສຳຫຼວດກວດກາລະອຽດຂົງເຂດຄຸ້ມຄອງຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ

ຮ່າງມະຕິຕ້ອງອັບເດັດ, ເພີ່ມເຕີມບັນດາຂໍ້ກຳນົດຂອງກົດໝາຍໃໝ່ກ່ຽວຂ້ອງເຖິງທີ່ດິນ, ຊັບພະຍາກອນ, ສິ່ງແວດລ້ອມ, ກະສິກຳ.

Top