• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະກາດຊຸດ Kit ກວດເຊື້ອ SARS –CoV-2 ໂດຍ ຫວຽດນາມຜະລິດ

      ເປັນຄັ້ງທຳອິດ ຫວຽດນາມ ໄດ້ປະກາດ ຊຸດ Kit real – time RT-PCR ກວດເຊື້ອ ໄວຣັດ corona ສາຍພັນໃຫມ່ (SARS- CoV-2). ນີ້ແມ່ນຂໍ້ມູນທີ່ຍົກອອກມາໃນການຖະແຫລງຂ່າວຈັດຂຶ້ນຢູ່ ຮ່າໂນ້ຍ ໃນຕອນເຊົ້າວັນທີ 5 ມີນາ. 

ພິທີປະກາດ  ຊຸດ Kit ກວດເຊື້ອ SARS –CoV-2 ໂດຍ ຫວຽດນາມຜະລິດ
ພາບ: baochinhphu.vn
      ຊຸດ Kit  ນີ້ ໂດຍ ວິທະຍາຄານເສນາຮັກ ສົມທົບກັບ ບໍລິສັດຫຸ້ນສ່ວນ ເຕັກໂນໂລຊີ ຫວຽດ ອາ (ອາຊີ) ປະຕິບັດ ແລະໄດ້ຜະລິດຕາມຕ່ອງໂສ້ບັນລຸມາດຕະຖານ ISO 13485. ຊຸດ Kit ນີ້ ໃຫ້ຜົນການວິໄຈຢ່າງວ່ອງໄວ, ຊັດເຈນ ແລະ ຄ້າຍຄືກັນກັບຊຸດ Kitໂດຍ ອາເມລິກາ ແລະ ອົງການອະນາໄມໂລກຜະລິດ. ເລື່ອງຄົ້ນຄວ້າຜະລິດ ຊຸດ Kit ສຳເລັດຜົນ ແມ່ນໝາກຜົນສຳຄັນພິເສດ ມີຄວາມໝາຍໃຫຍ່ຫລວງ ໃນສະພາບໂລກພະຍາດພວມແຜ່ລະບາດສູ່ວົງກວ້າງໃນທົ່ວໂລກ, ເປັນການຢືນຢັນລະດັບຄວາມຮູ້ຂອງບັນດານັກວິທະຍາສາດ ຫວຽດນາມ. ປະຈຸບັນ ກະຊວງສາທາລະນະສຸກ ໄດ້ອະນຸຍາດໃຫ້ວິທະຍາຄານເສນາຮັກ ແລະບໍລິສັດຫຸ້ນສ່ວນເຕັກໂນໂລຊີ ຫວຽດ ອາ ຜະລິດອອກ ຊຸດ Kit ນີ້ ເພື່ອຮັບໃຊ້ວຽກງານປ້ອງກັນ ຄວບຄຸມເຊື້ອພະຍາດ Covid – 19. ສາດສະດາຈານ ປອ ໂດ້ກວຽດ ຫົວຫນ້າວິທະຍາຄານ ເສນາຮັກ ໃຫ້ຮູ້ວ່າ:
ຊຸດ Kit ນີ້ ບໍ່ພຽງແຕ່ນຳໃຊ້ ຢູ່ ຫວຽດນາມເທົ່ານັ້ນຫາກ ຍັງໄດ້ສົ່ງເຖິງ ວາລະສານວິທະຍາສາດທີ່ມີຊື່ສຽງໃນໂລກອີກດ້ວຍ. ວາລະສານນີ້ ໄດ້ສົ່ງ ຊຸດ Kit ແລະຂັ້ນຕອນການຜະລິດຂອງ ວິທະຍາຄານເສນາຮັກ ເຖິງ ອົງການອະນາໄມໂລກ.  ແລະ ອົງການນີ້ ໄດ້ສົ່ງຈົດໝາຍຂໍອະນຸຍາດ ວິທະຍາຄານເສນາຮັກ ເພື່ອແບ່ງປັນຂັ້ນຕອນການຄົ້ນຄ້ວາດັ່ງກ່າວຕໍ່ກັບຫ້ອງການຄົ້ນຄ້ວາໃນໂລກ ເພື່ອໃຫ້ເຂົາເຈົ້າຖືເປັນຈຸດໝາຍຄົ້ນຄ້ວາຕື່ມເພື່ອສາມາດຜັນຂະຫຍາຍ ແລະ ນຳໃຊ້
ກ່ຽວຂ້ອງເຖິງການຮັບມືກັບ ເຊື້ອພະຍາດ Covid 19. ວັນທີ 5 ມີນາ ກຸ່ມທະນາຄານໂລກ ໄດ້ພ້ອມກັບລັດຖະບານຍີ່ປຸ່ນ ຜັນຂະຫຍາຍໂຄງການຫນູນຊ່ວຍເຕັກນິກຢ່າງຮີບດ່ວນໃຫ້ແກ່ຫວຽດນາມ ເພື່ອຮັບມືກັບໂລກລະບາດ ດ້ວຍເປົ້າໝາຍແມ່ນເພີ່ມທະວີກຳລັງຄວາມສາມາດຕິດຕາມກວດ, ບົ່ງມະຕິ ແລະປິ່ນປົວພະຍາດ Covid – 19,ໃນນັ້ນ ສຸມໃສ່ບັນດາທ້ອງຖິ່ນມີຄວາມສ່ຽງສູງໃນການຕິດເຊື້ອພະຍາດດັ່ງກ່າວຢູ່ ພາກເຫນືອຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top