• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະກາດການວາງແຜນກຳນົດສັງລວມພັດທະນາເຂດທ່ອງທ່ຽວແຫ່ງຊາດເຕີນຈ່າວ-ຕວຽນກວາງ

      ຕອນເຊົ້າວັນທີ 24 ກຸມພາ ຢູ່ ສະຫນາມຫລວງ ເຕີນຈ່າວ ເມືອງ ເຊີນເຢືອງ ແຂວງ ຕວຽນກວາງ ໄດ້ຈັດຕັ້ງພິທີປະກາດຂໍ້ຕົກລົງຂອງນາຍົກລັດຖະມົນຕີອະນຸມັດຜ່ານການວາງແຜນກຳນົດສັງລວມການພັດທະນາເຂດທ່ອງທ່ຽວແຫ່ງຊາດເຕີນຈ່າວຮອດປີ 2030; ປຸກລະດົມການແຂ່ງຂັນ ແລະ ບຸນປີໃຫມ່ປູກຕົ້ນໄມ້.

ພິທີປະກາດຂໍ້ຕົກລົງຂອງນາຍົກລັດຖະມົນຕີອະນຸມັດຜ່ານການວາງແຜນກຳນົດສັງລວມ
ການພັດທະນາເຂດທ່ອງທ່ຽວແຫ່ງຊາດເຕີນຈ່າວຮອດປີ 2030
      ກ່າວຄຳເຫັນນະພິທີ, ທ່ານ ເຈີນກວັກເວື້ອງ, ຫົວຫນ້າຄະນະກຳມະການກວດກາສູນກາງ ໄດ້ເນັ້ນຫນັກວ່າ ເຕີນຈ່າວ ແມ່ນເຂດດິນເຕັມໄປດ້ວຍມູນເຊື້ອວັດທະນະທຳ, ປະຫວັດສາດ, ມີທີ່ຕັ້ງຍຸດທະສາດສຳຄັນຂອງປະເທດຊາດ, ເລື່ອງກຳນົດການວາງແຜນກຳນົດສັງລວມການພັດທະນາ ເຂດ ເຕີນຈ່າວ ກາຍເປັນເຂດທ່ອງທ່ຽວແຫ່ງຊາດ ອີກຄັ້ງຫນຶ່ງໄດ້ຢັ້ງຢັນບົດບາດສຳຄັນ, ຄຸນຄ່າອັນໃຫຍ່ຫລວງຂອງເຂດທ່ອງທ່ຽວປະຫວັດສາດວັດທະນະທຳ ແລະ ຊີວະພາບ ເຕີນຈ່າວ.
        “ອຳນາດການປົກຄອງແຂວງ ຕວຽນກວາງ ຄວນສ້າງແຜນການລະອຽດ ເພື່ອປະຕິບັດການວາງແຜນກຳນົດ ຮັບປະກັນປະສິດທິຜົນ ຖືກກັບຄວາມຄືບຫນ້າ. ເອົາໃຈໃສ່ພັດທະນາເຂດທ່ອງທ່ຽວແຫ່ງຊາດ ເຕີນຈ່າວ ຕິດພັນກັບການອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າປູຊະນີຍະສະຖານປະຫວັດສາດ, ວັດທະນະທຳມູນເຊື້ອ, ຄຸນຄ່າທຳມະຊາດ.”
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top