• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບ່າເຣ້ຍ -ຫວູງເຕົາ ຜ່ານຜ່າຄວາມຫຍຸ້ງຍາກເພື່ອດຶງດູດກະແສການລົງທຶນໃຫມ່

      ຕໍ່ຫນ້າຄວາມຫຍຸ້ງຍາກໃນການດຶງດູດການລົງທຶນຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ -19, ມີເຂດອຸດສາຫະກຳຫລາຍແຫ່ງຢູ່ ບ່າເຣ້ຍ - ຫວູງເຕົາ ໄດ້ຊອກຫາວິທີຫັນປ່ຽນຢ່າງວ່ອງໄວມີໄຫວພິບຍາດແຍ່ງດ້ານດີຂອງສື່ສັງຄົມອອນລາຍເພື່ອໂຄສະນາໂຄງການບັນດານະໂຍບາຍບຸລິມະສິດມາຍັງບັນດານັກລົງທຶນດ້ວຍຄວາມຂະຫຍັນຂັນເຄື່ອນໄດ້ມີຫລາຍບົດບັນທຶກຊ່ວຍຈຳຄຳໝັ້ນສັນຍາຂໍ້ຕົກລົງ ແລະ ການມັດຈຳເພື່ອຮັກສາຫນ້າພຽງທີ່ດິນ ໄດ້ຮັບການປະຕິບັດ.
ເຂດອຸດສາຫະກຳ ຟູໝີ້ 3 ກຽມພື້ນຖານໂຄງລ່າງເພື່ອດຶງດູດກະແສລົງທຶນໃຫມ່. (ພາບ: ລືວເຊີນ)
      ເຂດອຸດສາຫະກຳ ເດີດດໍ໋ 1 ແຂວງ ບ່າເຣ້ຍ - ຫວູງເຕົາ ນຳເຂົ້າເຄື່ອນໄຫວນັບແຕ່ທ້າຍປີ 2009 ດ້ວຍຂອບຂະຫນາດ 500 ເຮັກຕາມາຮອດທ້າຍປີ 2019, ເຂດອຸດສາຫະກຳນີ້ດຶງດູດເກືອບ 20 ນັກລົງທຶນອະສັງຫາລິມະຊັບດ້ວຍ 80% ເນື້ອທີ່ດິນໃຫ້ເຊົ່າ.
 ທ່ານ ຫງວຽນຄັກແທງ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນເຂດອຸດສາຫະກຳ ຕິນເຫງ໋ຍ - ເຟືອງດົງ, ເຈົ້າຂອງການລົງທຶນເຂດອຸດສາຫະກຳ ເດີດດໍ໋ 1 ໃຫ້ຮູ້ວ່າ: ນັບແຕ່ທ້າຍປີ 2019 ຍ້ອນໂລກລະບາດໂຄວິດ 19 ເກີດຂຶ້ນ, ມີຫລາຍນັກລົງທຶນຕ່າງປະເທດ ບໍ່ສາມາດມາຫວຽດນາມ ເພື່ອຊອກຫາກາລະໂອກາດລົງທຶນໄດ້. ສະນັ້ນເພື່ອດຶງດູດບັນດານັກລົງທຶນອະສັງຫາລິມະຊັບເຂດອຸດສາຫະກຳ ເດີດດໍ໋ໄດ້ປ່ຽນແປງວິທີສຳຜັດກັບລູກຄ້າ, ໄດ້ນຳໃຊ້ zalo, Skype…ເພື່ອໂຄສະນາຮູບພາບ, ຂອບຂະຫນາດພື້ນຖານໂຄງລ່າງຂອງເຂດອຸດສາຫະກຳ.
ມາຮອດປະຈຸບັນ, ເຂດອຸດສາຫະກຳ ເດີດດໍ໋ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ, ມັດຈຳກັບ 11 ວິສາຫະກິດຢູ່ພາຍໃນປະເທດ ແລະ ນັກລົງທຶນຕ່າງປະເທດ, ໃນນັນ ມີວິສາຫະກິດມາຈາກ ອາເມລິກາ, ສ.ເກົາຫລີ.. ທ່ານ ຫງວຽນຄັກແທງ ໃຫ້ຮູ້ວ່າ:
ປະຈຸບັນ ພວກຂ້າພະເຈົ້າໄດ້ລົງນາມບົດບັນທຶກຊ່ວຍຈຳຫລາຍສະບັບໃນນັ້ນ ສ່ວນຫລາຍແມ່ນນັກລົງທຶນຕ່າງປະເທດເຂົາເຈົ້າສ່ວນຫລາຍຢາກມາລົງທຶນ ແຕ່ຍ້ອນໂລກລະບາດໂຄວິດ -19 ລະບາດຮອບໃຫມ່ ສະນັ້ນ ປະຈຸບັນ ບັນດານັກລົງທຶນຍັງຄິດໄລ່ຊັ່ງຊາເວລາ ແລະ ແຜນການລົງທຶນ
ນັກລົງທຶນຢູ່ ບ່າເຣ້ຍ - ຫວູງເຕົາສ່ວນຫລາຍໄດ້ເອື້ອອຳນວຍຄວາມສະດວກໃນການກໍ່ສ້າງໂຄງການ. (ພາບ: ລືວເຊີນ)
      ໄລຍະຜ່ານມາ ດ້ວຍຫລາຍຮູບການສຳຜັດອື່ນໆອີກຄື: ກອງປະຊຸມສຳມະນາແບບທາງໄກ, ການໂຄສະນາຜ່ານຫນ້າເວັບຂອງບັນດາອົງການການຄ້າຄື: ອາເມລິກາ, ຍີ່ປຸ່ນ, ສ.ເກົາຫລີ.. ມາຮອດປະຈຸບັນ ເຂດອຸດສາຫະກຳ ຟູໝີ້ 3 ໄດ້ມີ 10 ລູກຄ້າຈາກ ຍີ່ປຸ່ນ, ສ.ເກົາຫລີ ລົງນາມບົດບັນທຶກຄວາມເຂົ້າໃຈ, ເຊັນສັນຍາຈອງຫນ້າພຽງ ໃນໄລຍະ 1 ປີ. ທ່ານ Kazama Toshio,  ຮອງຜູ້ອຳນວຍການໃຫຍ່ ເຂດອຸດສາຫະກຳ ລົງເລິກຂະແໜງ ຟູໝີ້ 3 ແບ່ງປັນວ່າ:
ມີສັນຍານເປັນຫນ້າຊື່ນຊົມຈາກບັນດານັກລົງທຶນ ນັ້ນແມ່ນ ເຂົາເຈົ້າໄດ້ຕົງລົງມາລົງທຶນແລ້ວ ແລະ ພວມຢູ່ໃນໄລຍະກໍ່ສ້າງ ແລະ ກະກຽມນຳໂຄງການເຂົ້າເຄື່ອນໄຫວນອກນັ້ນ ບັນດາໂຄງການທີ່ໄດ້ມີການເຄື່ອນໄຫວແລ້ວ ປະລິມານສິນຄ້າຜະລິດອອກມານັ້ນ ແມ່ນເພີ່ມຂຶ້ນຢ່າງຕໍ່ເນື່ອງ
ຕາມການຄາດຄະເນຂອງບັນດານັກຊ່ຽວຊານດ້ານເສດຖະກິດແລ້ວ, ພາຍຫລັງໂລກລະບາດໄດ້ຮັບການຄວບຄຸມ, ກະແສການລົງທຶນຂອງວິສາຫະກິດ FDIເຂົ້າມາຍັງ ແຂວງ ບ່າເຣ້ຍ - ຫວູງເຕົາ ໃນຊຸມປີຈະມາເຖິງຈະສືບຕໍ່ເພີ່ມຂຶ້ນ. ທ່ານ ເລແທງລຽມ, ຮອງປະທານ ຄະນະກຳມະການປະຊາຊົນ ເມືອງ ເຈົາດຶກ ໃຫ້ຮູ້ວ່າ: ພາຍຫລັງໂລກລະບາດໄດ້ຮັບການຄວບຄຸມ, ທາງເມືອງ ພວມກະກຽມຫນ້າພຽງ ແລະ ສ້າງທຸກເງື່ອນໄຂສະດວກໃຫ້ແກ່ນັກລົງທຶນອະສັງຫາລິມະຊັບມາຊອກຮູ້, ຊອກຫາກາລະໂອກາດລົງທຶນ.
ຕາມຄະນະຄຸ້ມຄອງບັນດາເຂດອຸດສາຫະກຳ ແຂວງແຂວງ ບ່າເຣ້ຍ - ຫວູງເຕົາ ແລ້ວ, ໄລຍະຜ່ານມາ ແຂວງໄດ້ສຸມໃສ່ສຳຫລວດກວດກາ, ດັດປັບການວາງແຜນຜັງເຂດອຸດສາຫະກຳຕາມທິດດຶງດູດການລົງທຶນໂດຍມີການຄັດເລືອກ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ນຳໃຊ້ຫນ້າພຽງຢ່າງມີປະສິດທິຜົນ ແລະ ກໍ່ສ້າງບັນດາກຸ່ມອຸດສາຫະກຳຮ່ວມສຳພັນນຳກັນ.
       ທ່ານ ຫງວຽນແອງຈຽດ, ຫົວຫນ້າ ຄະນະຄຸ້ມຄອງບັນດາເຂດອຸດສາຫະກຳຢູ່ແຂວງ ບ່າເຣ້ຍ - ຫວູງເຕົາ ໃຫ້ຮູ້ວ່າ: ມາຮອດຈຸດເວລານີ້ ຢູ່ ບັນດາເຂດອຸດສາຫະກຳໃນບໍລິເວນແຂວງ ມີເກືອບ 50 ນັກລົງທຶນທີ່ມີຄວາມສາມາດບົ່ມຊ້ອນພວມສົນໃຈ, ລົງນາມໃນບົດບັນທຶກຊ່ວຍຈຳແລະ ຈອງຫນ້າພຽງດ້ວຍເນື້ອທີ່ກວ່າ 1000 ເຮັກຕາ. ເພື່ອດຶງດູດກະແສນັກລົງທຶນFDIເຂົ້າມາຫວຽດນາມ, ນັບແຕ່ນີ້ຮອດປີ 2030, ບ່າເຣ້ຍ- ຫວູງເຕົາ ຈະເປີດກວ້າງເຂດອຸດສາຫະກຳຕື່ມອີກ 8 ແຫ່ງ, ເພີ່ມຫນ້າພຽງກວ່າ 8000 ເຮັກຕາ ເພື່ອຕອບສະຫນອງຄວາມຕ້ອງການຂອງນັກລົງທຶນ.
 “ຈຳນວນນັກລົງທຶນທີ່ມີຄວາມສາມາດບົ່ມຊ້ອນ ໄດ້ຈອງຫນ້າພຽງປະມານ 630 ເຮັກຕາເຂດອຸດສາຫະກຳ ເດີດດໍ໋ 1 ໄດ້ມີ 11 ນັກລົງທຶນລົງນາມບົດບັນທຶກຊ່ວຍຈຳສ່ວນເຂດອຸດສາຫະກຳ ດ້າຍເຢືອງ ກໍ່ມີນັກລົງທຶນ ສ.ເກົາຫລີຟູໝີ້ ມີ 1 ນັກລົງທຶນກາຍແມັບ ມີ 2 ນັກລົງທຶນເປັນອັນວ່າ ພາຍຫລັງໂລກລະບາດ ຍອດຈຳນວນນັກລົງທຶນຈະເຂົ້າມາເຊົ່າຫນ້າພຽງປະມານ 1000 ເຮັກຕາ
ດ້ວຍທິດນຳ “ທຸກສິ່ງທຸກຢ່າງເພື່ອຄວາມເພິ່ງພໍໃຈຂອງນັກລົງທຶນ”, ແຂວງບ່າເຣ້ຍ - ຫວູງເຕົາມີຄວາມເອົາໃຈໃສ່ເປັນພິເສດເຖິງວຽກງານປະຕິຮູບລະບຽບການບໍລິຫານຕາມທິດແກ້ໄຂລະບຽບການຢ່າງວ່ອງໄວ, ແຕ່ຍັງຄົງຮັບປະກັນໃຫ້ຖືກຕ້ອງຕາມການກຳນົດຂອງກົດໝາຍເພື່ອແນໃສ່ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ບັນດານັກລົງທຶນເຂົ້າມາເຄື່ອນໄຫວ, ມີຄວາມອຸ່ນອ່ຽນໃຈເພື່ອຜະລິດສິນຄ້າ.
(ແຫຼ່ງຄັດຈາກ VOV)

3 ຄວາມ​ມຸ່ງ​ຫວັງ​ໃນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ

3 ຄວາມ​ມຸ່ງ​ຫວັງ​ໃນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ

ການຢ້ຽມຢາມ ຫວຽດນາມທາງລັດຖະກິດໃນລະຫວ່າງວັນທີ 12 – 13 ທັນວາ ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຈີນ, ປະທານປະເທດ ສປ.ຈີນ ສີຈິ້ນຜິງ ແລະ ພັນລະຍາ ຈະນຳມາເຊິ່ງຖານະບົດບາດໃໝ່, ລະດັບໃໝ່ໃນການພົວພັນສອງຝ່າຍ ຫວຽດນາມ - ຈີນ.

Top